ປະທານາທິບໍດີອິນໂດເນເຊຍ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊິນກ່າງ

2023-02-23 12:49:02 cri

 

    ວັນທີ 22 ກຸມພານີ້, ທ່ານໂຈໂກ ວິໂດໂດປະທານາທິບໍດີອິນໂດເນເຊຍ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ .

    ທ່ານໂຈໂກ ວິໂດໂດກ່າວວ່າ: ຫຼາຍປີມໍ່ໆມານີ້, ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງອິນໂດເນເຊຍ ແລະຈີນໄດ້ປະສົບຜົນສຳເລັດທີ່ອຸດົມສົມບູນ, ຍອດມູນຄ່າເສດຖະກິດການຄ້າ ແລະການລົງທຶນລະຫວ່າງສອງຝ່າຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຈີນໄດ້ກາຍເປັນແຫຼ່ງທຶນຕ່າງປະເທດໃຫຍ່ອັນດັບ 2 ຂອງອິນໂດເນເຊຍ. ສອງຝ່າຍຄວນເລັ່ງລັດຊຸກຍູ້ໂຄງການທີ່ສຳຄັນ, ເຊັ່ນ: ທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງ, ສູນອຸດສາຫະກຳກາລີມັນຕັນເໜືອ, ການສ້າງນະຄອນຫຼວງແຫ່ງໃໝ່ ແລະອື່ນໆ, ເປີດກວ້າງການຮ່ວມມືໃນດ້ານໂຕ່ງສໍ້ອຸດສາຫະກຳ ແລະພະລັງງານໃໝ່ເປັນຕົ້ນ.

    ທ່ານຊິນກ່າງກ່າວວ່າ: ສອງຝ່າຍຕ້ອງຮັບປະກັນໃຫ້ທາງລົດໄຟຄວາມໄວສູງຈາກາກຕາ-ບັນດຸງສ້າງສຳເລັດ ແລະເປີດບໍລິການຕາມເວລາກຳນົດ, ສ້າງໂຄງການຮ່ວມມືດີເດັ່ນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ຫຼາຍກວ່າເກົ່າ. ຈີນຍິນດີນຳເຂົ້າສິນຄ້າລາຍໃຫຍ່, ຜະລິດຕະພັນກະສິກຳ ແລະປະມົງທີ່ມີຄຸນນະພາບດີຂອງອິນໂດເນເຊຍໃຫ້ຫຼາຍກວ່າເກົ່າ, ປຸກລະດົມວິສາຫະກິດຈີນທີ່ດີເດັ່ນເຂົ້າຮ່ວມໂຄງການກໍ່ສ້າງພື້ນຖານໂຄງລ່າງອັນສຳຄັນຂອງອິນໂດເນເຊຍ.