ຈີນຈະຖືອາຊຽນເປັນບຸລິມະສິດດ້ານການທູດອ້ອມຂ້າງຢ່າງສະເໝີຕົ້ນສະເໝີປາຍ

2023-02-24 11:31:44 cri


 


    ວັນທີ 23 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ພວກເຮົາໄດ້ສັງເກດເຫັນວ່າ, ໃນໄລຍະຢ້ຽມຢາມປະເທດອິນໂດເນເຊຍ, ທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ບັນຍາຍຈຸດຢືນທີ່ພັດທະນາສາຍພົວພັນຈີນ-ອາຊຽນ, ທ່ານສາມາດແນະນຳສະພາບທີ່ກ່ຽວຂ້ອງໃຫ້ຮູ້ໄດ້ບໍ່?

    ທ່ານວ່າງເວີນປິ່ນກ່າວວ່າ: ອິນໂດເນເຊຍແມ່ນປະເທດປະທານໝູນວຽນ ອາຊຽນໃນປີນີ້. ໃນໄລຍະຢ້ຽມຢາມ, ທ່ານຊິນກ່າງໄດ້ກ່າວເນັ້ນໜັກວ່າ:  ຈີນຈະຖືອາຊຽນເປັນບຸລິມະສິດດ້ານການທູດອ້ອມຂ້າງຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນອິນໂດເນເຊຍຢ່າງເຕັມທີ່ໃນການເສີມຂະຫຍາຍບົດບາດປະເທດປະທານໝູນວຽນ. ສົງຄາມເຢັນແບບໃໝ່ ແລະການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ຄວນເກີດຂຶ້ນຢູ່ພາກພື້ນອາຊີ-ປາຊີຟິກ, ປະເທດໃນພາກພື້ນບໍ່ຄວນຖືກບັງຄັບໃຫ້ເລືອກຝ່າຍ, ເຊື່ອໝັ້ນວ່າປະເທດສະມາຊິກອາຊຽນລວມທັງອິນໂດເນເຊຍຈະພິຈາລະນາເຖິງຜົນປະໂຫຍດກົກຮາກດ້ານສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງພາກພື້ນ, ທຳການຕັດສິນໃຈ ແລະຄັດເລືອກຢ່າງມີເອກະລາດ ແລະເປັນເຈົ້າຕົນເອງ.