ສູນການຮ່ວມມືເພື່ອປ້ອງກັນແລະບັນເທົາສາທາລະນະໄພຈີນ-ປະເທດເກາະດອນມະຫາສະໝຸດປາຊິຟິກເລີ່ມປະຕິບັດງານຢູ່ນະຄອນຈ່ຽງເມີນແຂວງກວາງຕຸ້ງຈີນ

2023-02-24 11:00:12 CRI

    ພະແນກຄຸ້ມຄອງສຸກເສີນແຂວງກວາງຕຸ້ງຈີນແຈ້ງໃຫ້ຮູ້ວ່າ: ວັນທີ 23 ກຸມພານີ້, ສູນການຮ່ວມມືເພື່ອປ້ອງກັນ ແລະ ບັນເທົາສາທາລະນະໄພຈີນ-ປະເທດເກາະດອນມະຫາສະໝຸດປາຊິຟິກເລີ່ມປະຕິບັດງານຢູ່ນະຄອນຈ່ຽງເມີນແຂວງກວາງຕຸ້ງຈີນ. ສູນການຮ່ວມມືແຫ່ງນີ້ຮ່ວມກັນກໍ່ສ້າງໂດຍກະຊວງການຕ່າງປະເທດຈີນ, ກະຊວງຄຸ້ມຄອງສຸກເສີນຈີນ, ກະຊວງຊັບພະຍາກອນທຳມະຊາດຈີນ ແລະ ອົງການປົກຄອງແຂວງກວາງຕຸ້ງ, ແມ່ນເວທີການຮ່ວມມືຫຼາຍຝ່າຍແຫ່ງທຳອິດໃນຂົງເຂດການປ້ອງກັນ ແລະ ບົນເທົາສາທາລະນະໄພລະຫວ່າງຈີນ ກັບ ປະເທດເກາະມະຫາສະໝຸດປາຊິຟິກ.



     ສູນການຮ່ວມມືແຫ່ງນີ້ມີຈຸດປະສົງເພື່ອສະໜອງເຕັກນິກ ແລະ ການບໍລິການດ້ານການຕິດຕາມໄພພິບັດ ແລະ ການເຕືອນໄພ, ສະໜັບສະໜູນດ້ານວັດຖຸເພື່ອຮັບມືກັບສະພາບສຸກເສີນຫຼັງຈາກເກີດໄພພິບັດ, ການສະໜອງການກູ້ໄພ, ສະໜັບສະໜູນດ້ານການປ້ອງກັນ ແລະ ບັນເທົາສາທາລະນະໄພທາງທະເລ ພ້ອມທັງອົບຮົມຄວາມສາມາດດ້ານການປ້ອງກັນ, ບັນເທົາ ແລະ ກອບກູ້ສາທາລະນະໄພໃຫ້ແກ່ບັນດາປະເທດເກາະດອນມະຫາສະໝຸດປາຊິຟິກ, ສິ່ງນີ້ຈະເພີ່ມທະວີຄວາມເຂົ້າໃຈ ແລະສ້າງມິດຕະພາບລະຫວ່າງປະຊາຊົນຈີນ ກັບ ປະຊາຊົນບັນດາປະເທດເກາະດອນມະຫາສະໝຸດປາຊິຟິກຢ່າງຫຼວງຫຼາຍ ແລະ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງສອງຝ່າຍ.