ເມືອງເຈິ້ງຕິ້ງ:ບູຮານແລະປັດຈຸບັນ

2023-02-24 18:55:04 CRI


    ລະດູໃບໄມ້ປົ່ງປີ 1982, ທ່ານສີຈິ້ນຜິງທີ່ອາຍຸບໍ່ເຕັມ 29 ປີ, ດຳລົງຕຳແໜ່ງເປັນ ຮອງເລຂາແລະເລຂາຄະນະພັກເມືອງເຈິ້ງຕິ້ງແຂວງເຫີເປີຍ.


    ທ່ານມີຄວາມສົນໃຈຫຼາຍຕໍ່ປະຫວັດສາດຂອງເມືອງເຈິ້ງຕິ້ງ, ພໍໄປຮອດເມືອງເຈິ້ງຕິ້ງກໍ່ ປະທັບໃຈກັບກຸ່ມສິ່ງກໍ່ສ້າງບູຮານແລະວັດທະນະທຳຂອງທ້ອງຖິ່ນ.ທ່ານໄດ້ອ່ານເອກະ ສານທາງປະຫວັດສາດຂອງເມືອງ, ໄປຢາມປະຊາຊົນທ້ອງຖິ່ນແລະສຳຫຼວດຮ່ອງຮອຍບູຮານ.


    ໃນໄລຍະທ່ານດຳລົງຕຳແໜ່ງຢູ່ເມືອງເຈິ້ງຕິ້ງ, ທ່ານພະຍາຍາມຊຸກຍູ້ວຽກງານຟື້ນຟູ ແລະອະນຸລັກວັດຖຸບູຮານ. ພາຍໃຕ້ຄວາມພະຍາຍາມຂອງທ່ານ, ຮ່ອງຮອຍບູຮານຢູ່ ເມືອງເຈິ້ງຕິ້ງໄດ້ເປັ່ງລັດສະໝີຄືນໃໝ່.


    ທ່ານສີຈິ້ນຜິງກ່າວວ່າ: “ວັດຖຸບູຮານໄດ້ບັນຈຸອະລິຍະທຳທີ່ສະຫງ່າລາສີ, ໄດ້ສືບທອດ ປະຫວັດສາດແລະວັດທະນະທຳ, ຮັກສາຈິດໃຈຊົນຊາດ, ແມ່ນມໍລະດົກອັນລ້ຳຄ່າທີ່ ບັນພະບຸລຸດປະໄວ້ໃຫ້ພວກເຮົາ.”