ຫຼັກໝັ້ນຂອງຈີນໃນການແກ້ໄຂວິກິດການອູແກຣນທາງການເມືອງ

2023-02-24 10:56:59 cri


ວັນທີ24ກຸມພານີ້,ເວັບໄຊກະຊວງການຕ່າງປະເທດຈີນໄດ້ປະກາດຫຼັກໝັ້ນຂອງຈີນໃນການແກ້ໄຂວິກິດການອູແກຣນທາງການເມືອງໂດຍມີເນື້ອໃນຫຼັກດັ່ງລຸ່ມນີ້:


ເຄົາລົບອະທິປະໄຕຂອງປະເທດຕ່າງໆ,ກົດໝາຍສາກົນທີ່ຮັບຮອງທົ່ວໄປ ລວມທັງຈຸດປະສົງແລະຫຼັກການຂອງກົດບັດສະຫະປະຊາຊາດຄວນໄດ້ຮັບການປະຕິບັດຢ່າງເຄັ່ງຂັດ,ອະທິປະໄຕ,ຄວາມເປັນເອກະລາດແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດລ້ວນແຕ່ໄດ້ຮັບການຮັບປະກັນຢ່າງຕິດແທດຕົວຈິງ.


ຢຸດຍິງ,ບັນດາຝ່າຍຄວນຮັກສາຄວາມມີສະຕິແລະຄວາມອົດກັ້ນ, ຫຼີກລ່ຽງບໍ່ໃຫ້ວິກິດການອູແກຣນຮ້າຍແຮງຂຶ້ນຕື່ມອີກຈົນເຖິງຂັ້ນບໍ່ສາມາດຄວບຄຸມໄດ້,ສະໜັບສະໜູນຣັດເຊຍແລະອູແກຣນເດີນໄປສູ່ທິດທາງດຽວກັນ,ຄ່ອຍໆຊຸກຍູ້ໃຫ້ສະຖານະການຫຼຸດລະດັບແລະຜ່ອນຄາຍລົງ, ໃນທີ່ສຸດແມ່ນກ້າວເຖິງຂັ້ນໃຫ້ທຸກຝ່າຍຢຸດຍິງຢ່າງຮອບດ້ານ.


ເລີ່ມດຳເນີນການເຈລະຈາສັນຕິພາບ.ປະຊາຄົມໂລກຄວນຍຶດໝັ້ນທິດທາງທີ່ຖືກຕ້ອງ ຊຸກຍູ້ສົ່ງເສີມໃຫ້ເຈລະຈາກັນໂດຍສັນຕິ, ຊ່ວຍເຫຼືອບັນດາຝ່າຍທີ່ປະທະກັນເປີດປະຕູແກ້ໄຂວິກິດການທາງການເມືອງໂດຍໄວເທົ່າທີ່ຈະໄວໄດ້,ສ້າງເງື່ອນໄຂແລະສະໜອງເວທີໃຫ້ແກ່ການຈັດການເຈລະຈາຄືນໃໝ່.ຈີນຍິນດີສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນຕໍ່ກັບເລື່ອງນີ້.


ນອກນີ້,ຫຼັກໝັ້ນຂອງຈີນໃນການແກ້ໄຂວິກິດການອູແກຣນທາງການເມືອງຍັງລວມທັງການປະຖິ້ມແນວຄວາມຄິດສົງຄາມເຢັນ, ແກ້ໄຂວິກິດການມະນຸດສະທຳ,ປົກປ້ອງປະຊາຊົນສາມັນແລະຊະເລີຍເສິກ,ປົກປັກຮັກສາຄວາມປອດໄພຂອງໂຮງໄຟຟ້ານິວເຄລຍ,ຫຼຸດຜ່ອນຄວາມສ່ຽງທາງຍຸດທະສາດ,ຮັບປະກັນການຂົນສົ່ງທັນຍາຫານໃຫ້ຕ່າງປະເທດ,ຍຸດຕິການລົງໂທດແຕ່ຝ່າຍດຽວ, ຮັບປະກັນຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງໃຫ້ໝັ້ນທ່ຽງ,ຊຸກຍູ້ການສ້າງສາຄືນໃໝ່ຫຼັງຈາກສົງຄາມ ແລະອື່ນໆ.