ອົງການການຄ້າໂລກ: ຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນທີ່ມີຕໍ່ການຄ້າທົ່ວໂລກແມ່ນໜ້ອຍກວ່າການຄາດຄະເນໄວ້

2023-02-24 11:34:36 cri

 

 

    ອີງຕາມບົດລາຍງານການຄົ້ນຄວ້າສະບັບໜຶ່ງຂອງອົງການການຄ້າໂລກທີ່ເປີດເຜີຍໃນວັນ 23 ກຸມພານີ້ລະບຸວ່າ: ຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນທີ່ມີຕໍ່ການຄ້າທົ່ວໂລກແມ່ນໜ້ອຍກວ່າການຄາດຄະເນໄວ້.

    ບົດລາຍງານດັ່ງກ່າວຄາດຄະເນວ່າ: ຈັງຫວະການເຕີບໂຕດ້ານການຄ້າທົ່ວໂລກປີ2022 ຈະສູງກວ່າ 3% ທີ່ອົງການການຄ້າໂລກຄາດຄະເນໄວ້ໃນເດືອນເມສາ 2022.

ບົດລາຍງານລະບຸຕື່ມວ່າ: ເຖິງວ່າການປະທະກັນລະຫວ່າງຣັດເຊຍ-ອູແກຣນເຮັດໃຫ້ເກີດຄວາມວຸ້ນວາຍກໍຕາມ, ແຕ່ການຄ້າທົ່ວໂລກມີຄວາມໜຽວແໜ້ນອັນພົ້ນເດັ່ນ, ປະເທດທີ່ໄດ້ຮັບຜົນກະທົບຫຼາຍນັ້ນ ໄດ້ຊອກຫາວິທີປ່ຽນວິສຫະກິດຮ່ວມມື ຫຼືຜະລິດຕະພັນ, ເຊິ່ງຊອກໄດ້ຊັບພະຍາກອນປ່ຽນແທນຜະລິດຕະພັນທີ່ຖືກຜົນກະທົບ.