ປະລິມານສິນຄ້າຈັບຕ້ອງໄດ້ທີ່ຂົນສົ່ງຜ່ານລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ

2023-02-24 11:33:24 cri

    ເມື່ອເຂົ້າສູ່ປີ 2023, ປະລິມານສິນຄ້າຈັບຕ້ອງໄດ້ທີ່ຂົນສົ່ງຜ່ານລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຄວາມຮຽກຮ້ອງຕ້ອງການດ້ານຂົນສົ່ງພາຍໃນ ແລະຕ່າງປະເທດມີຈຳນວນຫຼວງຫຼາຍ. ນັບມາຮອດວັນທີ 22 ກຸມພານີ້, ປະລິມານສິນຄ້າຈັບຕ້ອງໄດ້ທີ່ສົ່ງອອກ ແລະນຳເຂົ້າຜ່ານສະຖານີບໍ່ຫານທາງລົດໄຟຈີນ-ລາວຕ່າງກໍໄດ້ເພີ່ມຂຶ້ນ91% ແລະ496% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້.