ທາງລົດໄຟຈີນ-ລາວນັບລວມແລ້ວໄດ້ຂົນສົ່ງສິນຄ້າຫຼາຍກວ່າ 150 ລ້ານໂຕນ

2023-02-24 10:49:54 CRI


    ວັນທີ 23 ກຸມພານີ້, ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ:ມາຮອດວັນທີ 22 ກຸມພານີ້, ທາງລົດໄຟຈີນ-ລາວ ນັບລວມແລ້ວ ໄດ້ຂົນສົ່ງສິນຄ້າບັນລຸເຖິງ 15,600,000 ໂຕນ. ໃນນັ້ນ, ປະລິມານຂົນສົ່ງສິນຄ້າຜ່ານຕອນທາງຢູ່ຈີນບັນລຸເຖິງ 12,200,000 ໂຕນ, ປະລິມານຂົນສົ່ງສິນຄ້າຜ່ານຕອນທາງຢູ່ລາວບັນລຸເຖິງ 3,400,000 ໂຕນ, ປະລິມານຂົນສົ່ງສິນຄ້າຂ້າມຊາດບັນລຸເຖິງ 2.980.000 ໂຕນ.

 

    ພາຍຫຼັງທາງລົດໄຟຈີນ-ລາວເລີ່ມເປີດບໍລິການນັບແຕ່ວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພາກສ່ວນທາງລົດໄຟຍັງປະດິດສ້າງຮູບແບບການຂົນສົ່ງສາກົນຜ່ານທາງລົດໄຟ ເຊັ່ນ “ທາງລົດໄຟຈີນ-ລາວເຊື່ອມຕໍ່ກັບທາງລົດໄຟຈີນ-ເອີລົບ” ເປັນຕົ້ນ ເພື່ອເພີ່ມຄວາມສາມາດດ້ານການຂົນສົ່ງສິນຄ້າຂ້າມຊາດຂອງທາງລົດໄຟຈີນ-ລາວ, ເຮັດໃຫ້ວິສາຫະກິດຫຼາຍກວ່າເກົ່າສາມາດຊົມໃຊ້ໂອກາດ ແລະ ຜົນປະໂຫຍດຈາກທາງລົດໄຟຈີນ-ລາວ.



    ປັດຈຸບັນ, ສິນຄ້າສົ່ງອອກຂອງຈີນໄດ້ຂົນສົ່ງໄປຮອດລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ບັງກະລາເດັດ ແລະ ສິງກະໂປແລ້ວ, ປະເພດສິນຄ້າໄດ້ເພີ່ມຈາກ 10 ກວ່າຊະນິດເປັນ 1.200 ກວ່າຊະນິດແລ້ວ ເຊັ່ນ: ຝຸ່ນເຄມີ , ເຄື່ອງໃຊ້ປະຈຳວັນ,ຜະລິດຕະພັນເອເລັກໂຕຣນິກ ຜະລິດຕະພັນພະລັງງານແສງຕາເວັນ, ໝາກໄມ້ແຊ່ເຢັນ ແລະ ປະເພດອື່ນໆ.