
ວັນທີ 23 ກຸມພານີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ໜັງສືພິມເດີໂວນສະຕຣີດໄດ້ລາຍງານຂ່າວໃນຫວ່າງມໍ່ໆມານີ້ວ່າ: ປັດຈຸບັນ, ຈີນມີອຸປະກອນຍິງລູກສອນໄຟນຳວິຖີຂ້າມທະວີບຈາກພື້ນຫຼາຍກວ່າອາເມຣິກາ. ຖ້າຫາກຈີນບັນລຸເປົ້າໝາຍທີ່ສ້າງກອງທັບໃຫ້ມີຄວາມທັນສະໄໝ, ກໍອາດຈະປະຖິ້ມຄຳໝັ້ນສັນຍາທີ່ “ບໍ່ເປັນຝ່າຍໃຊ້ອາວຸດນິວເຄລຍກ່ອນ”, ທ່ານມີຄວາມເຫັນແນວໃດຕໍ່ກັບຂ່າວນີ້.
ທ່ານທານເຄີ້ເຟີ່ຍ ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ: ການລາຍງານຂ່າວທີ່ກ່ຽວຂ້ອງແມ່ນການປ່າວຂ່າວທີ່ບໍ່ມີຄວາມຮັບຜິດຊອບ. ອາເມຣິກາມີອາວຸດນິວເຄລຍທີ່ຈຳນວນຫຼາຍທີ່ສຸດຢູ່ໃນໂລກ, ພ້ອມທັງຍັງພວມພັດທະນາອາວຸດນິວເຄລຍທີ່ມີປະລິມານນິວເຄລຍຕ່ຳຢູ່, ເຊິ່ງໄດ້ເຮັດໃຫ້ການໃຊ້ອາວຸດນິວເຄລຍງ່າຍກວ່າເກົ່າ. ອາເມຣິກາປ່າວຂ່າວອັນທີ່ເອີ້ນວ່າ “ຈີນເປັນໄພຂົ່ມຂູ່ດ້ານນິວເຄລຍ” ເທື່ອແລ້ວເທື່ອອີກ ແມ່ນເພື່ອສ້າງຂໍ້ອ້າງໃຫ້ແກ່ການປົກປັກຮັກສາເຈົ້າອຳນາດດ້ານການທະຫານຂອງຕົນເທົ່ານັ້ນ.