ໂມນດາວີໄດ້ເລີ່ມດຳເນີນຂັ້ນຕອນຍົກເລີກສັນຍາທີ່ກ່ຽວຂ້ອງກັບປະຊາຄົມລັດເອກະລາດ

2023-02-24 10:53:31 CRI

     ວັນທີ 23 ກຸມພານີ້, ຂ່າວສານຕາສລາຍງານວ່າ: ທ່ານນີໂກລາຍ ໂປເປັສກູລັດຖະມົນຕີກະຊວງການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າເອີລົບເປັນອັນໜຶ່ງອັນດຽວກັນຂອງໂມນດາວີກ່າວວ່າ,ໂມນດາວີໄດ້ເລີ່ມດຳເນີນຂັ້ນຕອນການຍົກເລີກສັນຍາທີ່ກ່ຽວຂ້ອງກັບປະຊາຄົມລັດເອກະລາດ.



     ທ່ານກ່າວຕື່ມວ່າ, ໂມນດາວີສຸມໃສ່ເຂົ້າເປັນສະມາຊິກສະຫະພາບເອີລົບ,ນະໂຍບາຍການຕ່າງປະເທດຈະຈັດວາງໂດຍປິ່ນອ້ອມເປົ້າໝາຍທີ່ເຊື່ອມໂຍງເຂົ້າເອີລົບເປັນອັນໜຶ່ງອັນດຽວກັນ. ໂມນດາວີຈະສືບຕໍ່ຖອນອອກຈາກສັນຍາຂອບປະຊາຄົມລັດເອກະລາດທີ່ຝ່າຝືນກັບເປົ້າໝາຍທີ່ເຂົ້າເປັນສະມາຊິກສະຫະພາບເອີລົບ.