ການປະຕິບັດກົດໝາຍແລະລາດຕະເວນຮ່ວມຕາມແມ່ນ້ຳຂອງຄັ້ງທີ 126 ສຳເລັດລົງຢ່າງຈົບງາມ

2023-02-25 14:29:17 CRI

ເວລາ 13:30 ໂມງຂອງວັນທີ 24 ກຸມພານີ້, ເຮືອປະຕິບັດກົດໝາຍ 2 ລຳທີ່ເຂົ້າຮ່ວມການປະຕິບັດກົດໝາຍ-ລາດຕະເວນຮ່ວມຕາມແມ່ນ້ຳຂອງລະຫວ່າງຈີນ, ລາວ, ໄທ ແລະ ມຽນມາຄັ້ງທີ 126 ໄດ້ເຂົ້າທຽບທ່າກ່ວນເຫຼີຍຂອງຈີນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການເຄື່ອນໄຫວຄັ້ງນີ້ໄດ້ສຳເລັດລົງຢ່າງຈົບງາມ.

ການເຄື່ອນໄຫວເທື່ອນີ້ໄດ້ຫັນປ່ຽນຈາກການແລກປ່ຽນການຮ່ວມມືປະຕິບັດກົດໝາຍທາງອອນລາຍໃນ 3 ປີຜ່ານມາ ກາຍເປັນການປະສົມປະສານກັນລະຫວ່າງທາງອອນລາຍແລະອອຟລາຍເປັນຄັ້ງທຳອິດ, ຫົວໜ້າບັນຊາການຂອງຈີນ, ລາວ ແລະ ໄທ ໄດ້ນຳພາກອງບັນຊາການ ບັນຊາການເຄື່ອນໄຫວຮ່ວມກັນໃນຫ້ອງບັນຊາການກອງເຮືອປະຕິບັດກົດໝາຍ-ລາດຕະເວນປະສົມ, ຝ່າຍມຽນມາໄດ້ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໂດຍຜ່ານຮູບແບບທາງວີດີໂອ. ໃນການເຄື່ອນໄຫວຄັ້ງນີ້, ເຮືອປະຕິບັດກົດໝາຍຂອງບັນດາຝ່າຍໄດ້ແບ່ງກັນລາດຕະເວນເປັນໄລຍະກ່ອນ ແລ້ວປະກອບເປັນກອງເຮືອປະຕິບັດກົດໝາຍ-ລາດຕະເວນປະສົມ ເພື່ອດຳເນີນການເຄື່ອນໄຫວຮ່ວມກັນ.

ນອກຈາກການເຄື່ອນໄຫວປະຕິບັດກົດໝາຍ-ລາດຕະເວນທາງນ້ຳປະສົມແລ້ວ, ເຮືອໝາຍເລກ 53103 ຂອງຈີນທີ່ເຂົ້າຮ່ວມການເຄື່ອນໄຫວໃນຄັ້ງນີ້ ຍັງຈະສືບຕໍ່ດຳເນີນການຝຶກຊ້ອມຮ່ວມກັບອົງການປະຕິບັດກົດໝາຍຂອງລາວ ຢູ່ເຂດນ້ຳບ້ານຊຽງກົກ ໂດຍມີຈຸດປະສົງເພື່ອຍົກສູງຂີດຄວາມສາມາດຂອງພະນັກງານປະຕິບັດກົດໝາຍຂອງສອງຝ່າຍໃນການປະຕິບັດກົດໝາຍຮ່ວມກັນ ແລະ ການຮັບມືກັບເຫດການສຸກເສີນ ໂດຍຜ່ານການຝຶກຊ້ອມຮ່ວມກັນທີ່ຮຽນແບບສູ້ຮົບຕົວຈິງ.