ຈີນຮຽກຮ້ອງໃຫ້ຣັດເຊຍແລະອູແກຣນຢຸດຍິງໂດຍໄວ ເພື່ອບັນລຸຄວາມໝັ້ນຄົງຮ່ວມຢູ່ທະວີບເອີຣົບ

2023-02-25 21:28:51 cri

ວັນທີ 23 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບບັນຫາການຮ່ວມມືກັບສະຫະພາບເອີຣົບ. ທ່ານຕ້າຍປິ່ນ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຈີນປະຈຳອົງການສະຫະປະຊາຊາດໄດ້ປະກອບຄຳເຫັນໃນກອງປະຊຸມ ໂດຍໄດ້ຮຽກຮ້ອງໃຫ້ຣັດເຊຍແລະອູແກຣນຢຸດຍິງໂດຍໄວ ເພື່ອບັນລຸຄວາມໝັ້ນຄົງຮ່ວມຢູ່ທະວີບເອີຣົບ ໂດຍຜ່ານການຕິດຕໍ່ພົວພັນ ແລະ ສົນທະນາກັນ.


ຈີນຢືນຢູ່ຄຽງຂ້າງຂອງສັນຕິພາບ ແລະ ຄຽງຂ້າງຂອງການສົນທະນາຢ່າງສະເໝີຕົ້ນສະເໝີປາຍ, ຍິນດີສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອແກ້ໄຂວິກິດການອູແກຣນ ແລະ ບັນລຸສັນຕິພາບໂດຍໄວ. ຈີນສະໜັບສະໜູນອົງການສະຫະປະຊາຊາດ ແລະ ສະຫະພາບເອີຣົບດຳເນີນການຮ່ວມມືກັນ ບົນຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດ, ຈີນມີຄວາມຍິນດີຕໍ່ສະຫະພາບເອີຣົບເພີ່ມທະວີຄວາມເປັນເຈົ້າການໃນດ້ານຍຸດທະສາດ, ເສີມຂະຫຍາຍບົດບາດໃຫຍ່ຫຼວງກວ່າເກົ່າໃນວຽກງານສາກົນ ແລະ ປະກອບສ່ວນໃຫຍ່ຫຼວງກວ່າເກົ່າ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ. ຈີນຍິນດີເພີ່ມທະວີການສົນທະນາ, ແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນກັບສະຫະພາບເອີຣົບຢ່າງບໍ່ຢຸດຢັ້ງ, ລົງເລິກການຮ່ວມມືໃນຂົງເຂດຫຼາຍຝ່າຍ ເຊັ່ນ: ອົງການສະຫະປະຊາຊາດເປັນຕົ້ນ, ປົກປັກຮັກສາ ແລະ ປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ຮ່ວມກັນປະກອບສ່ວນໃໝ່ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.