ຍອດມູນຄ່າຊື້ຂາຍເງິນຕາຕ່າງປະເທດໃນເດືອນມັງກອນປີນີ້ຂອງຈີນໄດ້ບັນລຸເຖິງ 14.290 ຕື້ຢວນ

2023-02-25 21:30:52 cri

ຕົວເລກຂໍ້ມູນຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ເດືອນມັງກອນປີນີ້, ຍອດມູນຄ່າຊື້ຂາຍເງິນຕາຕ່າງປະເທດຂອງຈີນໄດ້ບັນລຸເຖິງ 14.290 ຕື້ຢວນ. ໃນນັ້ນ, ມູນຄ່າຊື້ຂາຍໃນຕະຫຼາດທີ່ທະນາຄານຕໍ່ລູກຄ້າໄດ້ບັນລຸເຖິງ 2.620 ຕື້ຢວນ, ມູນຄ່າຊື້ຂາຍໃນຕະຫຼາດລະຫວ່າງທະນາຄານໄດ້ບັນລຸເຖິງ 11.670 ຕື້ຢວນ.