ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຊ່ວຍຝ່າຍຈັດຊື້ແລະຝ່າຍຈຳໜ່າຍຈັບຄູ່ກັນຢ່າງແມ່ນຢຳ ໂດຍຜ່ານຖານຂໍ້ມູນມະຫາສານ

2023-02-25 14:31:26 CRI

ກອງປະຊຸມສຳມະນາວຽກງານການເຜີຍແຜ່ສາກົນ ຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 24 ກຸມພານີ້. ຂ່າວລາຍງານວ່າ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ພວມຕັ້ງໜ້າເພີ່ມທະວີການໂຄສະນາເຜີຍແຜ່ ເຊິ່ງຈະແນະນຳນັກທຸລະກິດຝ່າຍຈັດຊື້ຢ່າງລະອຽດ ໂດຍຜ່ານຖານຂໍ້ມູນມະຫາສານ ເພື່ອຊ່ວຍການຈັບຄູ່ກັນຢ່າງຖືກຕ້ອງແມ່ນຢຳລະຫວ່າງຝ່າຍຈັດຊື້ກັບຝ່າຍຈຳໜ່າຍ.

ງານວາງສະແດງລະດັບຊາດຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຟື້ນຟູການດຳເນີນງານທາງອອຟລາຍ ແລະ ພວມຕັ້ງໜ້າພິຈາລະນາເລື່ອງການຈັດໃຫ້ມີປະເທດກິດຕິມະສັກຂອງງານໃນຄັ້ງນີ້.

ນອກນີ້, ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກຫົງສຽວ ຈະສືບຕໍ່ສົນທະນາ-ແລກປ່ຽນກັນກ່ຽວກັບຫົວຂໍ້ລ້ຳຍຸກຈຸດສຸມໃນຂົງເຂດຕ່າງໆ ໂດຍປິ່ນອ້ອມຫົວຂໍ້ແກນກາງທີ່ວ່າ “ໂລກເປີດກວ້າງ” ແລະ ການກໍານົດຕໍາແໜ່ງຂອງຜະລິດຕະພັນສາທາລະນະໃນສາກົນ ແລະ ຈະເຜີຍແຜ່ “ບົດລາຍງານການເປີດກວ້າງຂອງໂລກ 2023.