ປຶ້ມອະມະຕະ 3 ຫົວຂອງປະເທດລາວໄດ້ພິມຈຳໜ່າຍຢູ່ຈີນ

2023-02-25 21:29:41 cri

ວັນທີ 24 ກຸມພານີ້, ໃນມື້ທຳອິດຂອງງານສັ່ງຈອງປຶ້ມປັກກິ່ງຄັ້ງທີ 35, ງານພິມຈຳໜ່າຍປຶ້ມໃໝ່ຊຸດທຳອິດໃນແຜນການແປປຶ້ມອະມະຕະຈີນ-ລາວ ໄດ້ຈັດຂຶ້ນຢູ່ສູນວາງສະແດງສາກົນຈີນນະຄອນຫຼວງປັກກິ່ງ. ໃນຖານະເປັນໝາກຜົນຊຸດທຳອິດໃນແຜນການ, ປຶ້ມອະມະຕະ 3 ເຫຼັ້ມ ຄື: “ຊີວະປະຫວັດແລະພາລະກິດປະຕິວັດຂອງທ່ານປະທານໄກສອນ ພົມວິຫານ”, “ສອງເອື້ອຍນ້ອງ” ແລະ “ເຈົ້າຂຸນບູລົມ” ໄດ້ພິມຈຳໜ່າຍໃນງານມື້ນັ້ນ.


ຕາມຂ່າວແຈ້ງວ່າ: ໂຄງການແປປຶ້ມອະມະຕະຈີນ-ລາວເປັນພາກສ່ວນໜຶ່ງໃນແຜນການແປປຶ້ມອະມະຕະອາຊີ. ປຶ້ມ 3 ເຫຼັ້ມດັ່ງກ່າວຖືກແປເປັນພາສາຈີນ ແລະ ພິມຈຳໜ່າຍເປັນພາສາຈີນເປັນຄັ້ງທຳອິດ ເຊິ່ງຈະເຮັດໃຫ້ຜູ້ອ່ານຈີນສາມາດເຂົ້າໃຈວັດທະນະທຳທີ່ຮຸ່ງເຮືອງຂອງປະເທດລາວໄດ້ຫຼາຍກວ່າເກົ່າ ແລະ ຈະເສີມຂະຫຍາຍບົດບາດຊຸກຍູ້ທີ່ສຳຄັນສຳລັບການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດ.