ປິດກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານກາງຂອງກຸ່ມ G20

2023-02-26 11:12:51 cri

ວັນທີ 25 ກຸມພານີ້, ກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານກາງຂອງກຸ່ມ G20 ທີ່ດຳເນີນເປັນເວລາ 2 ວັນໄດ້ອັດລົງຢູ່ເມືອງບັນກາໂລທາງພາກໃຕ້ຂອງອິນເດຍ. ກອງປະຊຸມຄັ້ງນີ້ຕົ້ນຕໍໄດ້ປຶກສາຫາລືຫົວຂໍ້ກ່ຽວກັບໂຄງປະກອບການເງິນຂອງໂລກ, ການເງິນແບບຍືນຍົງ, ໂຄງລ່າງພື້ນຖານ, ພາກສ່ວນການເງິນ ແລະອື່ນໆ.

ມື້ດຽວກັນ, ອິນເດຍທີ່ເປັນປະເທດປະທານໝູນວຽນຂອງກຸ່ມ G20 ໄດ້ອອກຖະແຫຼງການ ໂດຍລະບຸວ່າ: ປະເທດຕ່າງໆໃນໂລກຄວນເລັ່ງແກ້ໄຂບັນຫາທີ່ຄວາມໝັ້ນຄົງດ້ານໜີ້ສິນມີຄວາມອ່ອນແອ. ປັດຈຸບັນ, ອະນາຄົດຂອງເສດຖະກິດໂລກໄດ້ຟື້ນຄືນໜ້ອຍໜຶ່ງ, ແຕ່ຍັງຜະເຊີນກັບຄວາມສ່ຽງທີ່ຈະຊຸດໂຊມລົງ, ໂດຍສະເພາະຍ້ອນໄດ້ຮັບໄພຂົ່ມຂູ່ຈາກໄພເງິນເຟີ້, ປະເທດຕ່າງໆຍັງຕ້ອງວາງນະໂຍບາຍເສດຖະກິດທີ່ສຸຂຸມຮອບຄອບ.

ໃນເດືອນຕຸລາທີ່ຜ່ານມາ, ທະນາຄານໂລກໄດ້ປະກາດແຜນການປະຕິຮູບສະບັບທຳອິດ, ຫວັງວ່າຈະສາມາດຕອບສະໜອງຄວາມຕ້ອງການຂອງປະເທດພວມພັດທະນາດ້ວຍດີກວ່າເກົ່າ, ສາມາດລະດົມທຶນຢ່າງມີປະສິດທິຜົນຫຼາຍກວ່າເກົ່າ ເພື່ອຊ່ວຍເຫຼືອປະເທດທຸກຍາກຮັບມືກັບສິ່ງທ້າທາຍຈາກໄພເງິນເຟີ້, ບັນຫາໜີ້ສິນ ຫຼືອາກາດຮ້ອນຂຶ້ນ.