ເວທີຊື້ຂາຍຂໍ້ມູນອຸດສາຫະກຳແຫງທຳອິດຂອງຈີນເປີດບໍລິການ

2023-02-26 16:06:12 CRI


ວັນທີ 25 ກຸມພາ 2023ນີ້, ເວທີຊື້ຂາຍຂໍ້ມູນອຸດສາຫະກຳຂອງຕະຫຼາດຊື້ຂາຍຂໍ້ມູນໃຫຍ່ສາກົນປັກກິ່ງ ທີ່ເປັນ ເວທີຊື້ຂາຍຂໍ້ມູນອຸດສາຫະກຳແຫງທຳອິດຂອງຈີນໄດ້ເປີດບໍລິການ.



ເວທີຊື້ຂາຍຂໍ້ມູນອຸດສາຫະກຳຂອງຕະຫຼາດຊື້ຂາຍຂໍ້ມູນໃຫຍ່ສາກົນປັກກິ່ງແມ່ນເວທີຊື້ຂາຍຂໍ້ມູນແບບລວມສູນໃນຂົງເຂດອຸດສາຫະກຳ, ສາມາດໃຫ້ການບໍລິການດ້ານການລົງທະບຽນຊັບສິນດ້ານຂໍ້ມູນຂ່າວສານ, ບຸກເບີກຜະລິດຕະພັນດ້ານຂໍ້ມູນຂ່າວສານ, ການຊື້ຂາຍຊັບສິນດ້ານຂໍ້ມູນຂ່າວສານ ແລະ ອື່ນໆແກ່ວິສາຫະກຳອຸດສາຫະກຳ, ເສີມຂະຫຍາຍຄຸນຄ່າຂອງຂໍ້ມູນຂ່າວສານ, ຫຼຸດຕົ້ນທຶນໃນການຊື້ຂາຍ, ແລະຊຸກຍູ້ການຈໍລະຈອນຂອງຂໍ້ມູນຂ່າວສານ.