ປະຊາຊົນເຢຍລະມັນຫຼາຍໝື່ນຄົນຈັດການປະທ້ວງຕໍ່ການສະໜອງອາວຸດຍຸດໂທປະກອນໃຫ້ແກ່ປະເທດອູແກຣນ

2023-02-26 11:21:27 CRI

 

    ວັນທີ 25 ກຸມພານີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງແບັກແລັງປະເທດເຢຍລະມັນໄດ້ມີການປະທ້ວງຂະໜາດໃຫຍ່ໂດຍມີປະຊາຊົນຫຼາຍໝື່ນຄົນຈັດການໂຮມຊຸມນຸມເພື່ອປະທ້ວງຕໍ່ການສະໜອງອາວຸດຍຸດໂທປະກອນໃຫ້ແກ່ປະເທດອູແກຣນ ພ້ອມທັງຮຽກຮ້ອງໃຫ້ແກ້ໄຂການປະທະກັນຢູ່ພາກພື້ນໂດຍສັນຕິ.


    ກິດຈະກໍາໃນຄັ້ງນີ້ແມ່ນໄດ້ຮຽກໂຮມຮ່ວມກັນໂດຍ ທ່ານນາງ ຊາຣາ ວະເກນຄະເນເຮດ ນັກການເມືອງຝ່າຍຊ້າຍເຢຍລະມັນ ແລະທ່ານນາງ ອາລິສ ສະວາເຊີ ນັກປະພັນທີ່ມີຊື່ສຽງ ທີ່ເປັນຜູ້ລິເລີ່ມຂອງໃບສະເໜີຖະແຫຼງການສັນຕິພາບ, ເຊິ່ງໃບສະເໜີສະບັບດັ່ງກ່າວແມ່ນໄດ້ຮັບການລົງນາມຮ່ວມກັນຈາກຜູ້ຕາງໜ້າວົງການການເມືອງ, ວິທະຍາສາດແລະວົງການສັງຄົມທັງໝົດ 69 ຄົນ, ດ້ານໜຶ່ງຮຽກຮ້ອງໃຫ້ລັດຖະບານເຢຍລະມັນຈົ່ງຢຸດຕິການສະໜອງອາວຸດຍຸດໂທປະກອນໃຫ້ແກ່ປະເທດອູແກຣນເພື່ອຫຼີກເວັ້ນບໍ່ໃຫ້ສົງຄາມເຄັ່ງຕຶງຕື່ມອີກ, ພ້ອມທັງຫຼຸດຜ່ອນຄວາມສ່ຽງໃນການເກີດສົງຄາມໂລກກໍຄືສົງຄາມນິວເຄຣຍ; ອີກດ້ານໜຶ່ງຍັງໄດ້ຮຽກຮ້ອງໃຫ້ແກ້ໄຂການປະທະກັນໂດຍສັນຕິໂດຍຜ່ານການເຈລະຈາດ້ານການທູດ. ນັບແຕ່ໃບສະເໜີສະບັບດັ່ງກ່າວໄດ້ເຜີຍແຜ່ແຕ່ວັນທີ 10 ກຸມພານີ້ເປັນຕົ້ນມາ, ສາມາດລະດົມການລົງນາມໄດ້ຫຼາຍກວ່າ 600.000 ຄົນ ແລະຕົວເລກດັ່ງກ່າວຍັງໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.