ຜົນງານວັນນະກຳທີ່ດີເດັ່ນ 3 ເລື່ອງຂອງລາວພົບກັບຜູ້ອ່ານຈີນເປັນຄັ້ງທຳອິດ

2023-02-26 14:48:45 CRI


ວັນທີ 24 ກຸມພານີ້, ງານນຳສະເໜີປື້ມໃໝ່ທີ່ເປັນຜົນງານຊຸດທຳອິດໃນໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນຂອງລາວ ແລະ ຈີນ ໄດ້ຈັດຂຶ້ນຢູ່ຫໍວາງສະແດງສາກົນຈີນທີ່ນະຄອນຫຼວງປັກກິ່ງ. ປື້ມ 3 ຫົວ ທີ່ນຳເຂົ້າໂດຍສຳນັກພິມຈຳໜ່າຍການສຶກສາທຽນສິນຂອງ ກຸ່ມບໍລິສັດພິມຈຳໜ່າຍທຽນສິນ, ຄື “ຊີວິດ ແລະ ພາລະກິດຂອງປະທານໄກສອນ ພົມວິຫານ” “ສອງເອື້ອຍນ້ອງ” ແລະ “ຂຸນບໍຣົມຣາຊາທິຣາຊ” ສະບັບພາສາຈີນໄດ້ເລີ່ມພິມຈຳໜ່າຍຢ່າງເປັນທາງການ ແລະພົບກັບຜູ້ອ່ານທັງຫຼາຍ.



ທ່ານຈ້າວໄຫຢຸນ ຮອງຫົວໜ້າກົມຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກຂອງຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ທ່ານຈິນດາວົງ ໄຊຍະສິນ ທີ່ປຶກສາການສຶກສາ ແລະ ວັດທະນະທຳຂອງສະຖານທູດລາວປະຈຳຈີນ, ທ່ານວາງລີ້ເວີນ ຮອງຫົວໜ້າຄະນະໂຄສະນາຂອງຄະນະພັກນະຄອນທຽນສິນ, ທ່ານຢາງຫົງເຈ ເລຂາຄະນະພັກກຸ່ມບໍລິສັດພິມຈຳໜ່າຍທຽນສິນຮ່ວມກັນນຳສະເໜີປື້ມໃໝ່



ໃນງານດັ່ງກ່າວ, ທ່ານຈ້າວໄຫຢຸນ ຮອງຫົວໜ້າກົມຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກຂອງຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນກ່າວວ່າ, ວຽກງານ ໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນ ຂອງຈີນຢູ່ລາວພວມດຳເນີນໄປຢ່າງໝັ້ນທ່ຽງ, ການແລກປ່ຽນໃນການແປຜົນງານວັນນະກຳທີ່ດີເດັ່ນຂອງລາວ ແລະ ຈີນໄດ້ຮັບຄວາມຄືບໜ້າອັນສຳຄັນ. ທ່ານກ່າວຕື່ມວ່າ: “ໂຄງການແປແລະ ຈັດພິມຜົນງານວັນນະກຳທີ່ດີເດັ່ນຂອງອາຊີ”ມີຄວາມໝາຍອັນສຳຄັນຕໍ່ການວາງສະແດງ ແລະເຜີຍແຜ່ຄວາມສວຍງາມຂອງອະລິຍະທຳປະເທດຕ່າງໆໃນອາຊີ, ເພີ່ມທະວີຄວາມເຂົ້າໃຈກັນຕໍ່ວັດທະນະທຳຂອງປະເທດຕ່າງໆ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


ທ່ານຈ້າວໄຫຢຸນ ຮອງຫົວໜ້າກົມຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກຂອງຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນປະກອບຄຳເຫັນ


ທ່ານບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ທັງເປັນຜູ້ຮັບຜິດຊອບຝ່າຍລາວຂອງ ໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນຂອງລາວ ແລະ ຈີນໄດ້ປະກອບຄຳເຫັນຜ່ານທາງວີດີໂອ ໂດຍຕີລາຄາສູງຕໍ່ໂຄງການດັ່ງກ່າວ, ແລະເຫັນວ່າ ໂຄງການນີ້ເປັນໂຄງການທີ່ດີຫຼາຍ. ໃນ 5 ປີຕໍ່ໜ້ານີ້, ສອງຝ່າຍລາວ ແລະ ຈີນຈະຮ່ວມກັນສຳເລັດການແປ ແລະ ພິມຈຳໜ່າຍຜົນງານວັນນະຄະດີທີ່ດີເດັ່ນ 50 ຫົວ, ເຊິ່ງຈະເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງຊາດທີ່ມີຕໍ່ຮີດຄອງປະເພນີເຊິ່ງກັນແລະກັນ.


ທ່ານບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ທັງເປັນຜູ້ຮັບຜິດຊອບຝ່າຍລາວຂອງໂຄງການ ແປ ແລະ ຈັດພິມຜົນງານວັນນະກຳ ແລະບົດປະພັນທີ່ດີເດັ່ນຂອງລາວ ແລະ ຈີນໄດ້ປະກອບຄຳເຫັນຜ່ານທາງວີດີໂອ


ໂຄງການແປ ແລະ ຈັດພິມຜົນງານວັນນະກຳ-ບົດປະພັນທີ່ດີເດັ່ນຂອງລາວ ແລະ ຈີນແມ່ນພາກສ່ວນໜຶ່ງໃນໂຄງການແປ ແລະ ຈັດພິມຜົນງານວັນນະກຳທີ່ດີເດັ່ນຂອງອາຊີ. “ຊີວິດ ແລະ ພາລະກິດຂອງປະທານໄກສອນ ພົມວິຫານ” “ສອງເອື້ອຍນ້ອງ” ແລະ “ຂຸນບໍຣົມຣາຊາທິຣາຊ” ຕ່າງກໍໄດ້ເປັນຕົວແທນໃຫ້ແກ່ ຊີວະປະຫວັດຂອງຜູ້ນຳທີ່ຍິ່ງໃຫຍ່, ເລື່ອງຍາວ ແລະ ວັນນະຄະດີພື້ນເມືອງ ໃນວັນນະກຳດີເດັ່ນຂອງລາວ. ວັນນະກຳເຫຼົ່ານີ້ໄດ້ຖືກແປເປັນພາສາຈີນ ແລະ ພິມຈຳໜ່າຍຢູ່ຈີນເປັນຄັ້ງທຳອິດ, ເຮັດໃຫ້ວັດທະນະທຳອັນສົດໃສຂອງລາວໄດ້ວາງສະແດງຢູ່ໜ້າຜູ້ອ່ານຈີນຫຼາຍກວ່າເກົ່າ, ແລະຈະມີບົດບາດອັນສຳຄັນໃນການຊຸກຍູ້ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດ.

 

ວັນທີ 24 ກຸມພານີ້, ງານນຳສະເໜີປື້ມໃໝ່ທີ່ເປັນຜົນງານຊຸດທຳອິດໃນໂຄງການແປ ແລະຈັດພິມຜົນງານວັນນະກຳ ແລະບົດປະພັນທີ່ດີເດັ່ນຂອງລາວ ແລະ ຈີນ ໄດ້ຈັດຂຶ້ນຢູ່ຫໍວາງສະແດງສາກົນຈີນຢູ່ທີ່ນະຄອນຫຼວງປັກກິ່ງ