RCEP ຈະສ້າງໂອກາດໃໝ່ດ້ານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ຟີລິບປີນ

2023-02-27 10:59:26 cri


ຫວ່າງມໍ່ໆມານີ້ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານເບນີໂຕ ເຕຈີໂຄ ທູດພິເສດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຕໍ່ປະເທດຈີນຂອງປະທານາທິບໍດີຟີລິປີນກ່າວວ່າ: ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຈະສ້າງໂອກາດໃໝ່ດ້ານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ຟີລິບປີນ.

ທ່ານເບນີໂຕ ເຕຈີໂຄ ກ່າວວ່າ: ຟີລິບປີນຄວນນຳໃຊ້ໂອກາດຈາກ RCEP, ຂຸດຄົ້ນທ່າແຮ່ງທີ່ຕັ້ງທາງພູມສາດຂອງຕົນຢ່າງສົມບູນ, ທົດລອງສ້າງສູນຈໍລະຈອນສິນຄ້າຂອງພາກພື້ນອາຊີ. ນອກນັ້ນ, RCEP ມີຜົນບັງຄັບໃຊ້ຢູ່ຟີລິບປີນຢ່າງເປັນທາງການແມ່ນມີຜົນດີຕໍ່ຟີລິບປີນກາຍເປັນສູນອຸດສາຫະກຳການຜະລິດທີ່ດີ ແລະ ກາຍເປັນເປົ້າໝາຍການລົງທຶນທີ່ມີກຳລັງດຶງດູດຫຼາຍກວ່າເກົ່າ.

ທ່ານກ່າວຕື່ມວ່າ: ປະເທດຈີນແມ່ນຝ່າຍເຂົ້າຮ່ວມທີ່ສຳຄັນຂອງການຮ່ວມມືເສດຖະກິດພາກພື້ນ. ພາຍໃຕ້ຂອບ RCEP, ການຮ່ວມມືເສດຖະກິດການຄ້າລະຫວ່າງຟີລິບປີນກັບຈີນຈະຕ້ອນຮັບໂອກາດໃໝ່ແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ມີຫວັງຈະໄດ້ຮັບການຈັດວາງໃຫ້ເຂົ້າເຖິງຕະຫຼາດຈີນທີ່ດີກວ່າເກົ່າ, ແລະດຶງດູດການລົງທຶນຈາກຕ່າງປະເທດຫຼາຍກວ່າເກົ່າໃນຂົງເຂດອຸດສາຫະກຳການຜະລິດ, ຂົງເຂດກະສິກຳ ແລະ ຂົງເຂດອື່ນໆ.