ແຮງງານເດັກຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວແລະຫຼວງຫຼາຍນັບແຕ່ປີ 2021 ເປັນຕົ້ນມາ

2023-02-27 14:40:10 CRI

ໜັງສືພິມ “ນິວຢອກທາມສ໌” ຂອງອາເມຣິກາສະບັບວັນທີ 25 ກຸມພານີ້ລາຍງານວ່າ: ອີງຕາມຜົນການສຳຫຼວດສະບັບໜຶ່ງຂອງໜັງສືພິມຕົນໄດ້ພົບເຫັນວ່າ, ຈຳນວນເດັກຍົກຍ້າຍຖິ່ນຖານທີ່ໄດ້ເຂົ້າສູ່ອາເມຣິກາພາຍໃຕ້ສະພາບທີ່ບໍ່ມີພໍ່ແມ່ຜູ້ປົກຄອງເບິ່ງແຍງດູແລນັ້ນ ໄດ້ສ້າງສະຖິຕິໃໝ່, ໃນທີ່ສຸດ, ເດັກນ້ອຍເຫຼົ່ານີ້ໄດ້ເຮັດວຽກທີ່ລະເມີດກົດໝາຍວ່າດ້ວຍແຮງງານເດັກ. ແຮງງານເດັກໄດ້ແຈກຢາຍຢູ່ທຸກຂະແໜງການໃນທົ່ວປະເທດອາເມຣິກາ ເຊິ່ງລວມທັງແຮງງານເດັກທຳຄວາມສະອາດທີ່ມີຄວາມສ່ຽງສູງຢູ່ໂຮງຂ້າສັດ ຫຼື ຜະລິດຊີ້ນສ່ວນລົດ.


ຕາມຂ່າວລາຍງານວ່າ, ນັບແຕ່ປີ 2021 ເປັນຕົ້ນມາ, ແຮງງານເດັກຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວແລະຫຼວງຫຼາຍ, ປີ 2022, ຈຳນວນເດັກນ້ອຍທີ່ຍັງບໍ່ທັນເຕັມອາຍຸກະສຽນທີ່ບໍ່ມີຄົນເບິ່ງແຍງດູແລທີ່ເຂົ້າສູ່ອາເມຣິກາໄດ້ເພີ່ມຂຶ້ນເປັນ 130.000 ຄົນ ເຊິ່ງເປັນ 3 ເທົ່າຂອງຕົວເລກໃນ 5 ປີກ່ອນ, ຄາດວ່າ, ໃນລະດູຮ້ອນປີນີ້ຍັງຈະເພີ່ມຂຶ້ນອີກ.

ຂ່າວແຈ້ງໃຫ້ຮູ້ອີກວ່າ: ລະບົບປ້ອງກັນເດັກນ້ອຍຂອງອາເມຣິກາໄດ້ພັງທະລາຍແລ້ວ.