ມາຮອດທ້າຍປີ 2022 ຍອດໄລຍະທາງໃນເຄືອຂ່າຍຄົມມະນາຄົມຂົນສົ່ງສັງລວມຂອງຈີນໄດ້ຫຼາຍກວ່າ 6 ລ້ານກິໂລແມັດ

2023-02-27 14:37:48 CRI

ກະຊວງຄົມມະນາຄົມຂົນສົ່ງຈີນລາຍງານຂ່າວໃຫ້ຮູ້ວ່າ: ມາຮອດທ້າຍປີ 2022 ຍອດໄລຍະທາງໃນເຄືອຂ່າຍຄົມມະນາຄົມຂົນສົ່ງສັງລວມຂອງຈີນໄດ້ຫຼາຍກວ່າ 6 ລ້ານກິໂລແມັດ.


ມາຮອດທ້າຍປີ 2022, ໄລຍະທາງເປີດນຳໃຊ້ຂອງທາງລົດໄຟໃນທົ່ວປະເທດຈີນມີເຖິງ 155.000 ກິໂລແມັດ, ໃນນັ້ນ, ລົດໄຟຄວາມໄວສູງມີເຖິງ 42.000 ກິໂລແມັດ; ໄລຍະທາງເປີດນຳໃຊ້ຂອງທາງຫຼວງຈີນມີເຖິງ 5.350.000 ກິໂລແມັດ, ໃນນັ້ນ, ທາງດ່ວນມີເຖິງ 177.000 ກິໂລແມັດ; ທ່າກຳປັ່ນທີ່ມີບ່ອນທຽບທ່າແບບຜະລິດ 21.000 ແຫ່ງ, ໄລຍະທາງເດີນເຮືອຕາມລຳແມ່ນ້ຳຕ່າງໆໃນທົ່ວປະເທດຈີນມີເຖິງ 128.000 ກິໂລແມັດ; ສະໜາມບິນພົນລະເຮືອນມີເຖິງ 254 ແຫ່ງ; ມີ 53 ຕົວເມືອງໄດ້ເປີດຄົມມະນາຄົມແບບມີລາງໃນຕົວເມືອງ ແລະ ມີໄລຍະທາງຍາວທັງໝົດ 9.584 ກິໂລແມັດ.