ເຢຍລະມັນເກີດການແຫ່ຂະບວນຕ້ານກຸ່ມນາໂຕ

2023-02-27 11:01:46 CRI

ວັນທີ 26 ກຸມພານີ້ຕາມເວລາທ້ອງຖິ່ນ, ຢູ່ບໍລິເວນໃກ້ຖານທັບອາກາດຣຳສະເຕອິນ ລັດເຣອິນເລນ-ເຟນສ໌ ປະເທດເຢຍລະມັນ ໄດ້ເກີດການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານກຸ່ມນາໂຕ, ອາເມຣິກາ ແລະ ລັດຖະບານເຢຍລະມັນນຳສົ່ງອາວຸດຍຸດໂທປະກອນໃຫ້ແກ່ອູແກຣນ ແລະ ທວງໃຫ້ດຳເນີນການເຈລະຈາສັນຕິພາບ.

ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ ນອກຈາກຄັດຄ້ານການນຳສົ່ງອາວຸດຍຸດໂທປະກອນໃຫ້ແກ່ອູແກຣນແລ້ວ ຍັງໄດ້ຮຽກຮ້ອງໃຫ້ອູແກຣນ ແລະ ຣັດເຊຍຈົ່ງຍຸດຕິການເຄື່ອນໄຫວປະທະກັນ ແລະດຳເນີນການເຈລະຈາສັນຕິພາບ. ໃນການແຫ່ຂະບວນຄັ້ງນີ້, ຜູ້ປະທ້ວງໄດ້ຊູ ແລະ ຮ້ອງຄຳຂວັນປະທ້ວງຕ່າງໆ ເຊັ່ນ: “ຄົນອາເມຣິກາຈົ່ງກັບບ້ານ” ແລະ “ຍຸດຕິນຳສົ່ງອາວຸດຍຸດໂທປະກອນ”.

ໃນຕົ້ນເດືອນກຸມພານີ້, ຜູ້ປະທ້ວງນັບເປັນໝື່ນຄົນໄດ້ຍ່າງເຂົ້າສູ່ຫົວຖະໜົນນະຄອນມິວນິກ ປະເທດເຢຍລະມັນ ແລະ ແຫ່ຂະບວນປະທ້ວງຢູ່ນອກສະຖານທີ່ຈັດກອງປະຊຸມວ່າດ້ວຍຄວາມໝັ້ນຄົງມິວນິກ ເພື່ອປະທ້ວງຫົວຂໍ້ທີ່ກ່ຽວຂ້ອງຂອງປະເທດຕາເວັນຕົກ ທີ່ຈະເພີ່ມທະວີການນຳສົ່ງອາວຸດຍຸດໂທປະກອນໃຫ້ແກ່ອູແກຣນ.