ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 26 ກຸມພານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຕາງໜ້າກົມການເມືອງສູນກາງພັກຜ່ານບົດລາຍງານວຽກງານຕໍ່ກອງປະຊຸມຄົບຄະນະ. ກອງປະຊຸມຄັ້ງນີ້ຈະຄົ້ນຄວ້າພິຈາລະນາແຜນການປະຕິຮູບອົງການພັກແລະລັດ (ສະບັບຮ່າງ), ກົມການເມືອງກຽມຈະສະເໜີບັນຊີລາຍຊື່ຜູ້ນຳອົງການລັດຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ແລະ ສະເໜີບັນຊີລາຍຊື່ຜູ້ນຳສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາເປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14.