ຈີນຕັ້ງໜ້າສະເໜີມາດຕະການທີ່ເປັນໄປໄດ້ຫຼາຍກວ່າເພື່ອແກ້ໄຂສະພາບບໍ່ມີທາງອອກດ້ານຄວາມໝັ້ນຄົງໃນປັດຈຸບັນ

2023-02-28 14:48:25 cri


ການປະທະກັນລະຫວ່າງອູແກຣນກັບຣັດເຊຍໄດ້ເກີດຂຶ້ນເປັນໄລຍະໜຶ່ງປີແລ້ວ, ການສູ້ກັນລະຫວ່າງສອງຝ່າຍຍັງຄ້ຳກັນຢູ່. ນອກຈາກການຕໍ່ສູ້ທາງການທະຫານລະຫວ່າງສອງປະເທດແລ້ວ, ຜົນສະທ້ອນຂອງສົງຄາມດັ່ງກ່າວໄດ້ແພ່ລາມໄປສູ່ການແກ້ງແຍ້ງແຂ່ງຂັນກັນໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ ແລະ ຂົງເຂດອື່ນໆລະຫວ່າງປະເທດ ແລະ ພາກພື້ນ, ໄດ້ສ້າງຜົນສະທ້ອນອັນເລິກເຊິ່ງຍາວໄກໃຫ້ແກ່ສະຖານະພາບຂອງໂລກ.

ເບິ່ງຈາກສະຖານະການການຮົບໃນປັດຈຸບັນ, ຍ້ອນວ່າສອງຝ່າຍລ້ວນແຕ່ບໍ່ສາມາດເອົາຊະນະຢ່າງລົ້ນຫຼາມໄດ້ໃນໄລຍະສັ້ນ, ສົງຄາມໄດ້ກ້າວໄປສູ່ການສູ້ກັນໄລຍະຍາວເປັນກ້າວໆ. ວາລະສານ Internationale politik quarterly ຂອງເຢຍລະມັນສະບັບວັນທີ 15 ກຸມພາໄດ້ລົງພິມບົດຄວາມເຊິ່ງຊີ້ໃຫ້ເຫັນວ່າ: ລາຍຈ່າຍທາງການທະຫານຂອງຣັດເຊຍໄດ້ເພີ່ມຂຶ້ນເປັນປະມານ 90 ຕື້ໂດລາສະຫະລັດ, ຢ່າງໜ້ອຍກວມ 5% ຂອງ GDP ຂອງຣັດເຊຍ. ສ່ວນຜົນຜະລິດທາງດ້ານເສດຖະກິດຂອງອູແກຣນໃນປີຜ່ານມາໄດ້ຫຼຸດລົງ 35%, ປະຊາກອນອູແກຣນມີ 1 ສ່ວນ 3 ກາຍເປັນຄົນຊັດເຊພະເນຈອນຂາດທີ່ຢູ່ອາໄສ, ພື້ນຖານໂຄງລ່າງຖືກທຳລາຍຢ່າງກວ້າງຂວາງແລະ ໄລຍະຍາວ.

ກ່ອນເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ປະເທດຕາເວັນຕົກໄດ້ລົງໂທດເສດຖະກິດ ແລະ ການເງິນຂອງຣັດເຊຍ, ແຕ່ການລົງໂທດດັ່ງກ່າວບໍ່ໄດ້ຮັບຜົນທີ່ປະເທດຕາເວັນຕົກຄາດໝາຍໄວ້. ອີງຕາມຂໍ້ມູນສະຖິຕິຂອງອົງການກອງທຶນເງິນຕາສາກົນຫຼື IMF, ເສດຖະກິດຂອງຣັດເຊຍພຽງແຕ່ຫຼຸດລົງ 2,2% ໃນປີຜ່ານມາ, ຄາດວ່າຄວາມເສຍຫາຍຂອງຣັດເຊຍໃນປີນີ້ຈະໜ້ອຍກວ່າປີກາຍນີ້, ຍິ່ງໄປກວ່ານັ້ນ, ເສດຖະກິດຂອງຣັດເຊຍອາດຈະເຕີບໂຕ 0,3%.

ເບິ່ງໂດຍລວມແລ້ວ, ອາເມຣິກາໄດ້ຕື່ມເຊື້ອເພິງໃຫ້ການສູ້ຮົບກັນລະຫ່າງອູແກຣນ-ຣັດເຊຍຮຸນແຮງຍິ່ງໆຂຶ້ນ, ແລະ ເປັນຜູ້ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດໃນການປະທະກັນ. ໜຶ່ງ, ໄດ້ຕັດກຳລັງຂອງຣັດເຊຍ. ສອງ, ເອີຣົບໃນຖານະເປັນສະໜາມຮົບຕົ້ນຕໍ, ດ້ານເສດຖະກິດ, ການດຳລົງຊີວິດຂອງເອີຣົບໄດ້ຖືກທຳລາຍຢ່າງໜັກໜ່ວງ, ສາຍພົວພັນລະຫວ່າງຣັດເຊຍກັບເອີຣົບໄດ້ຊຸດໂຊມລົງຢ່າງຮອບດ້ານ. ພ້ອມກັນນັ້ນ, ຄວາມເປັນອິດສະຫຼະທາງຍຸດທະສາດທີ່ເອີຣົບສະແຫວງຫາມາເປັນໄລຍະຍາວກໍປະສົບຄວາມຫຼົ້ມເຫຼວ. ໃນທີ່ສຸດ, ອາເມຣິກາກໍໄດ້ຮັບຜົນປະໂຫຍດອັນມະຫາສານຈາກສົງຄາມຄັ້ງນີ້.

ວັນທີ 24 ກຸມພານີ້, ໃນເວລາທີ່ວິກິດການອູແກຣນຮຸນແຮງຂຶ້ນຕື່ມຢ່າງຮອບດ້ານຄົບຮອບ 1 ປີ, ກະຊວງການຕ່າງປະເທດຈີນໄດ້ເປີດເຜີຍເອກະສານ “ຫຼັກໝັ້ນຂອງປະເທດຈີນກ່ຽວກັບການແກ້ໄຂວິກິດການອູແກຣນຜ່ານທາງການເມືອງ”. ມື້ດຽວກັນ, ທ່ານສະເທຟັນ ດູຈາລິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ເອກະສານສະບັບດັ່ງກ່າວຂອງຈີນແມ່ນປະກອບສ່ວນທີ່ສຳຄັນ. ກ່ອນໜ້ານີ້ຄືໃນວັນທີ 21 ກຸມພານີ້, ຈີນເຄີຍໄດ້ປະກາດ “ເອກະສານແນວຄວາມຄິດກ່ຽວກັບຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ”. ເອກະສານສະບັບນີ້ຮ່ວມກັນກັບເອກະສານ“ຫຼັກໝັ້ນຂອງປະເທດຈີນກ່ຽວກັບການແກ້ໄຂວິກິດການອູແກຣນຜ່ານທາງການເມືອງ”, ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນການຮ່ວມກັນກັບປະຊາຄົມໂລກປົກປັກຮັກສາຄວາມໝັ້ນຄົງຂອງໂລກ ແລະສະເໜີມາດຕະການທີ່ເປັນໄປໄດ້ຫຼາຍກວ່າເພື່ອ ແກ້ໄຂສະພາບບໍ່ມີທາງອອກດ້ານຄວາມໝັ້ນຄົງໃນປັດຈຸບັນ.