ຄວາມໂລບມາກໂລພາທາງອຸດສາຫະກຳ ແລະຄວາມຫຼົ້ມເຫຼວດ້ານການຕິດຕາມຄຸ້ມຄອງ ເຮັດໃຫ້ອາເມຣິກາເກີດອຸບັດເຫດລົດໄຟຕົກລາງເລື້ອຍໆ

2023-02-28 16:51:46 cri

ວັນທີ 3 ກຸມພານີ້, ລົດໄຟຖ້ຽວ 32N ຂອງບໍລິສັດ Norfolk Southern ທີ່ບັນຈຸວັດຖຸເຄມີທີ່ອັນຕະລາຍ ໄດ້ເກີດອຸບັດເຫດຕົກລາງຢູ່ລັດໂອໄຮໂອອາເມຣິກາ ໄດ້ເຮັດໃຫ້ສານພິດເຄມີຫຼາຍຊະນິດຮົ່ວໄຫຼ ແລ້ວເຮັດໃຫ້ເກີດໄຟໄໝ້. ທ່ານຊີວ ກາກເກຍໂນ ຜູ້ຊ່ຽວຊານດ້ານວັດຖຸອັນຕະລາຍຂອງລັດໂອໄຮໂອໃຫ້ສຳພາດຕໍ່ສື່ມວນຊົນວ່າ: ອຸບັດເຫດຄັ້ງນີ້ສ່ຳກັບວ່າ “ໃຊ້ວັດຖຸເຄມີທຳລາຍເມືອງນ້ອຍແຫ່ງໜຶ່ງ”. ທ່ານຍັງກ່າວຕື່ມອີກວ່າ: ຫຼັງຈາກນີ້ 5 ຫາ 20 ປີ, ປະຊາຊົນທ້ອງຖິ່ນອາດຈະມີຜູ້ເປັນມະເຮັງເປັນຢ່າງຫຼາຍ.

ຫຼັງຈາກເກີດອຸບັດເຫດດັ່ງກ່າວແລ້ວ, ພະນັກງານຄົນໜຶ່ງຂອງບໍລິສັດ Norfolk Southern ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຖ້າວ່າອົງການຕິດຕາມຄຸ້ມຄອງສືບຕໍ່ອະນຸຍາດໃຫ້ຮູບແບບທຸລະກິດທຳລາຍລະບົບທາງລົດໄຟຂົນສົ່ງສິນຄ້າຂອງປະເທດພວກເຮົາໃນຂະບວນການສະແຫວງຫາຜົນກຳໄລ, ໄພພິບັດປະເພດນີ້ຈະສືບຕໍ່ເກີດຂຶ້ນໃນຕໍ່ໜ້າ.

ກຳມະກອນທາງລົດໄຟນຳເອົາອຸບັດເຫດດັ່ງກ່າວໄປພົວພັນກັບກໍລະນີທີ່ເກີດຂຶ້ນໃນທ້າຍປີ 2022 ທີ່ຜ່ານມາ. ໃນເວລານັ້ນ, ກຳມະບານກຳມະກອນທາງລົດໄຟ 12 ແຫ່ງເກືອບໄດ້ນັດຢຸດງານທັງໝົດ ໂດຍມີສາເຫດມາຈາກນະໂຍບາຍ “ວາງແຜນລະອຽດກ່ຽວກັບການຂົນສົ່ງທາງລົດໄຟ” ຫຼື PSR ເຊິ່ງລວມທັງມາດຕະການຫຼຸດຕົ້ນທຶນ ແລະປະຕິບັດວຽກງານຕາມເວລາພຽງແຕ່ຮູບການ. ໃນໄລຍະ 6 ປີຜ່ານມາ, ຈຳນວນພະນັກງານ ແລະກຳມະກອນຂອງບໍລິສັດຜູ້ດຳເນີນການທາງລົດໄຟລະດັບໜຶ່ງໄດ້ຫຼຸດລົງເກືອບ 1/3. ການເລີກຈ້າງແຮງງານຂອງບໍລິສັດຜູ້ດຳເນີນການທາງລົດໄຟໝາຍຄວາມວ່າ: ຜູ້ທີ່ຍັງຢູ່ໃນບໍລິສັດບຕ້ອງເຮັດວຽກກືອບຕະຫຼອດເວລາ. ນີ້ບໍ່ພຽງແຕ່ເຮັດໃຫ້ເຂົາເຈົ້າຮູ້ສຶກອິດເມື່ອຍເທົ່ານັ້ນ, ຍັງເຮັດໃຫ້ເຂົາເຈົ້າເກີດມີຄວາມຜິດພາດງ່າຍອີກດ້ວຍ. ແຕ່ຍ້ອນການເລີກຈ້າງແຮງງານ 1/3 ໃນໄລຍະລະຫວ່າງປີ 2002 ຫາປີ 2022,  ເຮັດໃຫ້ຜົນກຳໄລຂອງບໍລິສັດ Norfolk Southern ໄດ້ເພີ່ມຂຶ້ນ 1 ເທົ່າໃນໄລຍະດັ່ງກ່າວ.

ຕາມຂ່າວລາຍງານໃຫ້ຮູ້ວ່າ: ໃນ 7 ປີກ່ອນ, ຜູ້ບໍລິຫານຂອງບໍລິສັດ Norfolk Southern ໄດ້ສະເໜີວ່າ: ເວລາການກວດກາຕູ້ລົດໄຟແຕ່ລະຕູ້ບໍ່ໃຫ້ເກີນ 2 ນາທີເຄິ່ງ, ໃນຊຸມປີຜ່ານມາ, ເວລາການກວດກາດັ່ງກ່າວໄດ້ຫຼຸດລົງເປັນ 90 ວິນາທີແລ້ວ, ພະນັກງານກວດກາບໍ່ມີເວລາພຽງພໍເພື່ອກວດພົບຂໍ້ບົກຜ່ອງໃນຕູ້ລົດໄຟທີ່ມີຄວາມຍາວປະມານ 30 ແມັດ. ອົງການຕິດຕາມຄຸ້ມຄອງຄວນປະຕິບັດກົດລະບຽບວ່າດ້ວຍຄວາມປອດໄພດ້ານການຂົນສົ່ງ, ແຕ່ການປະຕິບັດເຫຼົ່ານີ້ພັດຖືກບໍສິສັດການຂົນສົ່ງ ເຊິ່ງລວມທັງບໍລິສັດ Norfolk Southern ຂັດຂວາງດ້ວຍທຸກວິທີທາງ.

ລົດໄຟເປັນໜຶ່ງໃນຍານພາຫະນະທີ່ປະຊາຊົນອາເມຣິກາມັກນຳໃຊ້ທີ່ສຸດ, ແຕ່ລະປີຢູ່ອາເມຣິກາມີຫຼາຍລ້ານຄົນອອກເດີນທາງດ້ວຍລົດໄຟ. ແຕ່ວ່າ, ໃນຫຼາຍປີມານີ້, ຄວາມໂລບມາກໂລພາ ແລະຄວາມຫຼົ້ມເຫຼວໃນການຕິດຕາມຄຸ້ມຄອງ ຂອງຂະແໜງການ ໄດ້ເຮັດໃຫ້ອາເມຣິກາເກີດອຸບັດເຫດລົດໄຟຕົກລາງເລື້ອຍໆ, ນີ້ໄດ້ເຮັດໃຫ້ພວກເຮົາສົງໄສວ່າ ລົດໄຟຂອງອາເມຣິກາມີຄວາມປອດໄພຫຼືບໍ່. ອີງຕາມຂໍ້ມູນສະຖິຕິຈາກລັດຖະບານອາເມຣິກາທີ່ສະຫຼຸບໃນກ່ອນໜ້ານີ້ບໍ່ດົນສະແດງໃຫ້ເຫັນວ່າ: ລະຫວ່າງປີ 1990 ຫາປີ 2021, ລົດໄຟອາເມຣິກາເກີດອຸບັດເຫດຕົກລາງສະເລ່ຍແລ້ວ 1.705 ຄັ້ງຕໍ່ປີ, ສະເລ່ຍ 4,7 ຄັ້ງຕໍ່ມື້. ນີ້ແມ່ນຕົວເລກທີ່ໜ້າສະຫຍົດສະຫຍອງທີ່ສຸດ. ພວກເຮົາເລີຍຢາກຖາມວ່າ: ຮອດເວລາໃດ ລັດຖະບານອາເມຣິກາຈຶ່ງຊິປົກປ້ອງຄວາມປອດໄພດ້ານຊີວິດຂອງປະຊາຊົນຂອງຕົນຢ່າງແທ້ຈິງ?