ມາເລເຊຍຈະປັບປ່ຽນລະບຽບການປ້ອງກັນພະຍາດໂຄວິດ-19 ເປັນການບໍລິການດີຈີຕອນດ້ານສາທາລະນະສຸກ

2023-02-28 10:51:56 CRI

ວັນທີ 27 ກຸມພານີ້, ຮອງລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍກ່າວວ່າ: ຄຽງຄູ່ກັບສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ມາເລເຊຍໄດ້ຜ່ອນຄາຍລົງ, ມາເລເຊຍພວມປັບປ່ຽນ “MySejahtera” ໂປແກມມືຖືທີ່ໃຊ້ເຂົ້າໃນການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃນເມື່ອກ່ອນ ມາເປັນ “ຊຸບເປີໂປແກມ” ທີ່ໃຊ້ເຂົ້າໃນການຄຸ້ມຄອງສາທາລະນະສຸກ.


“MySejahtera” ເປັນໂປແກມທີ່ໃຊ້ເຂົ້າໃນການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຂອງມາເລເຊຍ ທີ່ລັດຖະບານມາເລເຊຍມອບໝາຍໃຫ້ພັດທະນາ.


ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ມາເລເຊຍໄດ້ຮັກສາສະພາບທີ່ໝັ້ນທ່ຽງໃນໄລຍະມໍ່ໆມານີ້. ອີງຕາມຕົວເລກຂໍ້ມູນຂອງພາກສ່ວນສາທາລະນະສຸກມາເລເຊຍໃຫ້ຮູ້ວ່າ, ນັບແຕ່ວັນທີ 21 ຫາ  26 ກຸມພານີ້, ມາເລເຊຍບໍ່ມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວເປັນເວລາ 6 ມື້ຕິດຕໍ່ກັນ.