ທ່ານສິນກ່າງຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີຂອງກຸ່ມ 20 ປະເທດ

2023-02-28 16:48:16 cri


ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເອັສ.ໄຈຊັນກາ(S.JAISHANKAR) ລັດຖະມົນຕີກະຊວງການຕ່າງປະເທດອິນເດຍເຊິ່ງເປັນປະເທດປະທານໝູນວຽນກຸ່ມ 20 ປະເທດຫຼື G20, ທ່ານສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີ G20 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງນິວແດນລີປະເທດອິນເດຍໃນວັນທີ 2 ມີນາ 2023.