ຮົງກາລີ: ສະໜັບສະໜູນໃຫ້ດຳເນີນການສຳຫຼວດຢ່າງເລິກເຊິ່ງ ແລະ ຮອບດ້ານກ່ຽວກັບເຫດການທໍ່ສົ່ງແກັສທຳມະຊາດ Nord Stream ຖືກໂຈມຕີ

2023-02-28 10:50:04 cri


ວັນທີ 27 ກຸມພາ 2023, ທ່ານປີເຕີ ຊີຈາໂຕ ລັດຖະມົນຕີກະຊວງການຕ່າງປະເທດຮົງກາລີ ກ່າວວ່າ: ທໍ່ສົ່ງແກັສທຳມະຊາດ Nord Stream ລະເບີດແມ່ນພື້ນຖານໂຄງລ່າງທີ່ສຳຄັນຂອງເຂດເອີຣົບຖືກໂຈມຕີຈາກຝ່າຍໃດຝ່າຍໜຶ່ງເປັນຄັ້ງທຳອິດ, ຄວນຖືກຈັດເຂົ້າໃນເຫດການໂຈມຕີແບບກໍ່ການຮ້າຍ. ຮົງກາລີສະໜັບສະໜູນໃຫ້ດຳເນີນການສຳຫຼວດຢ່າງຮອບດ້ານ, ລົງເລິກ, ເປັນລະບົບ ແລະ ລະອຽດຕໍ່ເຫດການດັ່ງກ່າວ, ສະໜັບສະໜູນການສືບສວນດ້ວຍທຸກຮູບແບບ, ເຮັດໃຫ້ປະຊາຄົມໂລກຮັບຮູ້ຄວາມຈິງ.

ທ່ານຊີຈາໂຕ ກ່າວຕື່ມວ່າ, ອົງການສະຫະປະຊາຊາດຄວນກາຍເປັນເວທີ ແລະ ລະບົບສຳຄັນໃນການສືບສວນສອບສວນເຫດການທໍ່ສົ່ງແກັສທຳມະຊາດ Nord Stream ຖືກໂຈມຕີ.