ເຢຍລະມັນອາດຈະໃຊ້ງົບປະມານຫຼາຍພັນຕື້ໂດລາ ເພື່ອຮັບມືກັບວິກິດການພະລັງງານກ່ອນປີ 2030

2023-02-28 11:19:00 CRI

ວັນທີ 26 ກຸມພານີ້ຕາມເວລາທ້ອງຖິ່ນ, ຂ່າວສານເປມເປີຂອງອາເມຣິກາໄດ້ນຳເອົາຕົວເລກຂໍ້ມູນຈາກຄັງປັນຍາຫັນປ່ຽນຮູບແບບພະລັງງານອາໂກຣາຂອງເຢຍລະມັນມາລາຍງານວ່າ: ເມື່ອຮອດປີ 2030, ລັດຖະບານເຢຍລະມັນຈະເສຍງົບປະມານຫຼາຍກວ່າ 1 ພັນຕື້ໂດລາ ເພື່ອຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍດ້ານວິກິດການພະລັງງານ.


ນັບແຕ່ຣັດເຊຍ ແລະ ອູແກຣນເກີດການປະທະກັນເປັນຕົ້ນມາ, ຫຼາຍປະເທດໃນເອີຣົບໄດ້ຕາມຫຼັງອາເມຣິກາດຳເນີນການລົງໂທດຕໍ່ຣັດເຊຍເປັນຫຼາຍຮອບ, ຍ້ອນວ່າເຢຍລະມັນໄດ້ອາໄສພະລັງງານຂອງຣັດເຊຍໃນລະດັບສູງ, ສະນັ້ນ, ເສດຖະກິດເຢຍລະມັນຈິ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເລື່ອງນີ້.


ຫວ່າງມໍ່ໆມານີ້, ທ່ານມາເຊວ ຟຣາສເຊີ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດເຢຍລະມັນ ເຊິ່ງເປັນອົງການຄົ້ນຄວ້າເສດຖະກິດທີ່ມີອິດທິພົນຂອງເຢຍລະມັນກ່າວວ່າ: ລາຄາພະລັງງານຂອງເຢຍລະມັນໃນປີ 2022 ໄດ້ເພີ່ມຂຶ້ນ 34,7% ເມື່ອທຽບໃສ່ປີ 2021, ເຮັດໃຫ້ເຢຍລະມັນປະສົບກັບຄວາມເສຍຫາຍໂດຍກົງມູນຄ່າ 100 ຕື້ເອີໂຣໃນປີ 2022, ເກືອບເທົ່າກັບ 2,5% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ເຢຍລະມັນໃນປີ 2022.