ອາເມຣິກາໄດ້ຂັດຂວາງການເລືອກເຟັ້ນຜູ້ພິພາກສາຄົນໃໝ່ຂອງອົງການອຸທອນຂອງ WTO

2023-02-28 11:15:17 CRI

ໃນກອງປະຊຸມປະຈຳຂອງອົງການແກ້ໄຂຂໍ້ຂັດແຍ້ງຂອງອົງການການຄ້າໂລກ ຫຼື WTO ທີ່ຈັດຂຶ້ນໃນວັນທີ 27 ກຸມພານີ້, ອາເມຣິກາໄດ້ຢັບຢັ້ງຍັດຕິທີ່ຮ່ວມສະເໜີໂດຍ 127 ສະມາຊິກຂອງ WTO, ຍັດຕິຮຽກຮ້ອງໃຫ້ລິເລີ່ມຂັ້ນຕອນເລືອກເຟັ້ນຜູ້ພິພາກສາຄົນໃໝ່ຂອງອົງການອຸທອນ, ນີ້ແມ່ນຍັດຕິດັ່ງກ່າວຖືກຂັດຂວາງເປັນຄັ້ງທີ 63.


ກົນໄກແກ້ໄຂຂໍ້ຂັດແຍ້ງແມ່ນໜຶ່ງໃນເສົາຄ້ຳຂອງ WTO. ນັບແຕ່ສ້າງຕັ້ງ WTO ເປັນຕົ້ນມາ, ອົງການແກ້ໄຂຂໍ້ຂັດແຍ້ງຂອງ WTO ໄດ້ດຳເນີນຄະດີກ່ຽວກັບຂໍ້ຂັດແຍ້ງດ້ານການຄ້າລະຫວ່າງສະມາຊິກເກືອບ 600 ຄະດີ ເຊິ່ງໄດ້ປົກປ້ອງຄວາມໝັ້ນທ່ຽງ ແລະ ຄວາມຄາດການໄດ້ຂອງສະພາບແວດລ້ອມດ້ານການຄ້າສາກົນ. ແຕ່ຍ້ອນວ່າ, ອາເມຣິກາໄດ້ຂັດຂວາງການເລືອກເຟັ້ນຜູ້ພິພາກສາຄົນໃໝ່ຂອງອົງການອຸທອນ, ອົງການອຸທອນ ທີ່ເປັນ “ສານສູງສຸດ” ຂອງການຄ້າທົ່ວໂລກຈຳເປັນຕ້ອງ “ໂຈະການເຮັດວຽກ” ຢ່າງເປັນທາງການຍ້ອນຂາດຜູ້ພິພາກສາໃນທ້າຍປີ 2019, ບົດບາດແກ້ໄຂຂໍ້ຂັດແຍ້ງຂອງ WTO ໄດ້ຕົກເຂົ້າໃນສະພາບຢຸດສະງັກສ່ວນໜຶ່ງຍ້ອນເລື່ອງນີ້.