ສະເໜ່ໃໝ່ຂອງທະເລສາບຊີ່ຫູ

2023-02-28 20:50:17 CRI


    “ເວລາພາຍເຮືອຢູ່ທ່າມກາງໃບບົວ, ຂ້ອຍໄດ້ນອນຫຼັບງີບໜຶ່ງໃນຕອນທ່ຽງ, ຝັນເຫັນນ້ຳໝອກ ແລະ ຄຶ້ນນ້ຳຢູ່ທະເລສາບຊີ່ຫູ.”ພາບທີ່ນັກກະວີຝັນເຫັນເມື່ອພັນປີກ່ອນ, ມື້ນີ້ພວກເຮົາຍັງສາມາດເຫັນໄດ້. ສ່ວນທະເລສາບຊີ່ຫູໃນທຸກມື້ນີ້, ໄດ້ຕິດພັນກັບທ່ານສີຈິ້ນຜິງຢ່າງໃກ້ຊິດ. 


    ເມື່ອຕົ້ນປີ 2022, ໂຄງການອະນຸລັກທະເລສາບຊີ່ຫູແບບສັງລວມໄດ້ເລີ່ມຕົ້ນຢ່າງເປັນທາງການ. ປີດຽວກັນ, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງຢູ່ແຂວງເຈິຈ່ຽງ, ໃນເວລາບໍ່ຮອດໜຶ່ງປີ, ທ່ານໄດ້ສຳຫຼວດທະເລສາບຊີ່ຫູ 3 ຄັ້ງ. ນັບຕັ້ງແຕ່ນັ້ນມາ, ທ່ານສີຈິ້ນຜິງໄດ້ຍົກເອົາການອະນຸລັກແລະພັດທະນາທະເລສາບຊີ່ຫູຂຶ້ນສູ່ລະດັບ“ມໍລະດົກວັດທະນະທຳໂລກ”. ເມື່ອກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີສອງ, ເລື່ອງລາວຂອງຈີນທີ່ຄ້າຍຄືກັບ“ສະເໜ່ໃໝ່ຂອງທະເລສາບຊີ່ຫູ”ນີ້, ຈະນັບມື້ນັບມີຫຼາຍຂຶ້ນ.