ທ່ານສິນກ່າງກ່າວຄຳປາໄສທາງວີດີໂອໃນກອງປະຊຸມລະດັບສູງຂອງກອງປະຊຸມສະໄໝທີ 52 ສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ

2023-02-28 10:56:15 cri

ວັນທີ 27 ກຸມພານີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຂອງກອງປະຊຸມສະໄໝທີ 52 ສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດຜ່ານທາງວີດີໂອ ພ້ອມທັງກ່າວຄຳປາໄສ.

ທ່ານສິນກ່າງກ່າວວ່າ: ປັດຈຸບັນ, ການພັດທະນາພາລະກິດສິດທິມະນຸດສາກົນກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ເຄັ່ງຄັດ. ຂໍ້ລິເລີ່ມຂອງຈີນຄື: ໜຶ່ງ, ຍຶດໝັ້ນເດີນຕາມເສັ້ນທາງພັດທະນາສິດທິມະນຸດທີ່ສອດຄ່ອງກັບສະພາບຕົວຈິງຂອງບັນດາປະເທດ; ສອງ, ຍຶດໝັ້ນການສົ່ງເສີມ ແລະປົກປ້ອງສິດທິມະນຸດປະເພດຕ່າງໆຢ່າງຮອບດ້ານ; ສາມ, ຍຶດໝັ້ນຄວາມຍຸຕິທຳ ແລະຄວາມເປັນທຳຂອງສາກົນ ແລະ ສີ່, ຍຶດໝັ້ນການສົນທະນາ ແລະການຮ່ວມມື.

ທ່ານສິນກ່າງກ່າວຕື່ມອີກວ່າ: ຈີນເດັດດ່ຽວຄັດຄ້ານອິດທິກຳລັງທີ່ມີຈຸດປະສົງແອບແຝງຕ່າງຫາກປ່າວຂ່າວລືກ່ຽວກັບວຽກງານຊິ່ນຈ່ຽງ ແລະຕິເບດຂອງຈີນຢ່າງບໍ່ຢຸດຢັ້ງ ເພື່ອກົດໜ່ວງການພັດທະນາຂອງຈີນ; ຈີນຈະສືບຕໍ່ຈັດຕັ້ງປະຕິບັດທິດທາງນະໂຍບາຍ “ໜຶ່ງປະເທດ, ສອງລະບອບ” ເພື່ອຮັກສາຄວາມຈະເລີນຮຸ່ງເຮືອງ ແລະສະຖຽນລະພາບຂອງຮົງກົງ.

ນອກນີ້, ທ່ານສິນກ່າງຍັງກ່າວເນັ້ນວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້າຟຸຄຸຊິມະແມ່ນກ່ຽວພັນກັບຄວາມໝັ້ນຄົງຂອງສິ່ງແວດລ້ອມນິເວດໃນທົ່ວໂລກ ແລະສິດທິດ້ານສຸຂະພາບຂອງປະຊາຊົນປະເທດຕ່າງໆ. ບັນດາປະເທດຄວນກ່າວເຕືອນໃຫ້ຍີ່ປຸ່ນແກ້ໄຂບັນຫານ້ຳປົນເປື້ອນລັງສີດັ່ງກ່າວດ້ວຍວິທີເປີດເຜີຍ, ປ່ອງໃສ, ຕາມຫຼັກວິທະຍາສາດ ແລະປອດໄພ.