ຈຳນວນສິດທິບັດສາກົນ PCT ຂອງຈີນໃນປີ 2022 ຍັງເປັນອັນດັບໜຶ່ງຂອງໂລກ

2023-03-01 10:46:52 CRI

ວັນທີ 28 ກຸມພາຜ່ານມານີ້ຕາມເວລາທ້ອງຖິ່ນ, ອົງການຊັບສິນທາງປັນຍາໂລກໄດ້ເຜີຍແຜ່ບົດລາຍງານຫຼ້າສຸດໂດຍຊີ້ອອກວ່າ: ປີ 2022, ຄວາມຕ້ອງການຕໍ່ການປົກປ້ອງສິດທິບັດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈຳນວນຮ້ອງຂໍສິດທິບັດສາກົນ PCT ໃນ “ສົນທິສັນຍາວ່າດ້ວຍການຮ່ວມມືສິດທິບັດ” ຂອງອົງການຕົນຈາກຜູ້ປະດິດສ້າງໃໝ່ຂອງຈີນ, ອາເມຣິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ເຢຍລະມັນໄດ້ຢືນຢູ່ແຖວໜ້າຂອງໂລກ, ຈີນສືບຕໍ່ເປັນອັນດັບໜຶ່ງຂອງໂລກ ເຊິ່ງໄດ້ກວມ 1 ສ່ວນ 4 ຂອງຍອດຈຳນວນຮ້ອງຂໍຂຶ້ນໄປ.


ໃນຂະນະດຽວກັນ, ບົດລາຍງານຊີ້ອອກວ່າ, ປີ 2022, ຍອດຈຳນວນຮ້ອງຂໍຕາມລະບົບເຄື່ອງໝາຍສິນຄ້າສາກົນ ຫຼື ລະບົບມາດຣິດມີປະມານ 69.000 ອັນ. ໃນນັ້ນ, ຈຳນວນຮ້ອງຂໍສາກົນດ້ານເຄື່ອງໝາຍສິນຄ້າຂອງຄົນຈີນແມ່ນ 4.991 ອັນ ແລະ ເປັນອັນດັບ 3 ຂອງໂລກ.