ຈີນເຕືອນໃຫ້ປະເທດທີ່ກ່ຽວຂ້ອງຈົ່ງຍົກເລີກການລົງໂທດຝ່າຍດຽວແບບຜິດກົດໝາຍຕໍ່ຊີຣີໂດຍບໍ່ມີເງື່ອນໄຂໃນທັນທີ

2023-03-01 11:47:53 cri

ວັນທີ 28 ກຸມພາ 2023, ທ່ານຕ້າຍປີ່ງ ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດ ກ່າວໃນກອງປະຊຸມກ່ຽວກັບບັນຫາ ມະນຸດສະທຳ ແລະການເມືອງຊີຣີຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ຈີນເຕືອນໃຫ້ປະເທດທີ່ກ່ຽວຂ້ອງຈົ່ງຍົກເລີກການລົງໂທດພຽງແຕ່ຝ່າຍດຽວແບບຜິດກົດໝາຍຕໍ່ຊີຣີໂດຍບໍ່ມີເງື່ອນໄຂໃນທັນທີ, ຍຸດຕິການສ້າງໄພພິບັດ ມະນຸດສະທຳ ແລະເຮັດໃຫ້ໄພພິບັດມະນຸດສະທຳຮ້າຍແຮງຂຶ້ນ.

ຈີນແຈ້ງໃຫ້ຮູ້ວ່າ: ການລົງໂທດພຽງແຕ່ຝ່າຍດຽວແບບຜິດກົດໝາຍຕໍ່ຊີຣີທີ່ປະຕິບັດມາເປັນເວລາຫຼາຍປີນັ້ນ ໄດ້ເຮັດໃຫ້ວິກິດການດ້ານເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນຊີຣີຮ້າຍແຮງຂຶ້ນ ແລະໄດ້ຫຼຸດຄວາມສາມາດຂອງຊີຣີໃນການຮັບມືກັບໄພພິບັດຢ່າງຫຼວງຫຼາຍ. ຢູ່ຕໍ່ໜ້າວິກິດການມະນຸດສະທຳທີ່ມີໄພແຜ່ນດິນໄຫວ, ອາກາດໜາວເຢັນ ແລະພະຍາດອະຫິວາສະຫຼັບສັບຊ້ອນກັນ, ຜົນຮ້າຍຢ້ອນຫຼັງດ້ານມະນຸດສະທຳທີ່ເກີດຈາກການລົງໂທດຝ່າຍດຽວຍິ່ງຍາກທີ່ຈະປະເມີນໄດ້. ຈີນຮຽກຮ້ອງອີກຄັ້ງໜຶ່ງໃຫ້ປະເທດທີ່ກ່ຽວຂ້ອງ ຈົ່ງເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຊີຣີຢ່າງແທ້ຈິງ, ການຕັ້ງຖານທັບແບບຜິດກົດໝາຍ ແລະການເຄື່ອນໄຫວດ້ານການທະຫານແບບຜິດກົດໝາຍຢູ່ຊີຣີຂອງກອງທັບຕ່າງປະເທດ ຕ້ອງສິ້ນສຸດລົງໃນທັນທີ, ການຍຶດຄອງຊັບພະຍາກອນທຳມະຊາດຊີຣີແບບຜິດກົດໝາຍກໍຕ້ອງຍຸດຕິໃນທັນທີ.