ນ້ຳປົນເປື້ອນຈາກອຸບັດເຫດລົດໄຟຕົກລາງຢູ່ລັດໂອໄຮໂອອາເມຣິກາອາດຈະຖືກ ຖອກໃສ່ໃຕ້ດິນລັດເທັກຊັສ

2023-03-01 11:31:40 cri

ໃນຫວ່າງມໍ່ໆມານີ້, ວັດຖຸສານພິດທີ່ມາຈາກອຸບັດເຫດລົດໄຟຕົກລາງຢູ່ລັດໂອໄຮໂອອາເມຣິກາຈະຖືກສົ່ງໄປບ່ອນໃດ ໄດ້ເຮັດໃຫ້ຄົນເປັນຫ່ວງທີ່ສຸດ.

ຕາມສື່ມວນຊົນອາເມຣິກາລາຍງານວ່າ: ນ້ຳປົນເປື້ອນສານພິດປະມານ 7.570.000 ລິດຈາກອຸບັດເຫດລົດໄຟຕົກລາງຢູ່ລັດໂອໄຮໂອກຳລັງຖືກຂົນສົ່ງໄປເມືອງເດັຍພາກຄ໌ ລັດເທັກຊັສ ທີ່ຫ່າງຈາກສະຖານທີ່ເກີດເຫດຫຼາຍກວ່າ 2.000 ກິໂລແມັດເພື່ອຖອກໃສ່ໃຕ້ດິນ. ສ່ວນເຈົ້າໜ້າທີ່ ແລະປະຊາຊົນທ້ອງຖິ່ນເມືອງເດັຍພາກຄ໌ກ່າວວ່າ: ຫຼັງຈາກນ້ຳປົນເປື້ອນສານພິດຂົນສົ່ງໄປຮອດເມືອງແລ້ວ, ເຂົາເຈົ້າຈຶ່ງຮູ້ເລື່ອງນີ້ ແລ້ວຮູ້ສຶກຕື່ນຕົກໃຈທີ່ສຸດ. ບໍສິສັດເອກະຊົນທີ່ຮັບຜິດຊອບກຳຈັດນ້ຳປົນເປື້ອນແຫ່ງໜຶ່ງຢູ່ເມືອງເດັຍພາກຄ໌ແຈ້ງໃຫ້ຮູ້ວ່າ: ບໍລີສັດຕົນໄດ້ຮັບນ້ຳປົນເປື້ອນສານພິດປະມານ 1.890.000 ລິດແລ້ວ ແລະໃນຕໍ່ໜ້າອາດຈະຮັບຕື່ມອີກປະມານ 5.600.000 ລິດ, ແຕ່ລະມື້ມີລົດຂົນສົ່ງນ້ຳປົນເປື້ອນປະມານ 30 ຄັນ.

ກ່ອນໜ້ານີ້, ນ້ຳປົນເປື້ອນ ແລະຂອງເສດເຫຼືອວັດຖຸແຂງ ຈາກອຸບັດເຫດລົດໄຟຕົກລາງຢູ່ລັດໂອໄຮໂອ ໄດ້ຖືກຂົນສົ່ງໄປລັດມິຊິກັນ ແລະລັດເທັກຊັສ ເພື່ອໃຫ້ບໍສິສັດບຳບັດສິ່ງມົນລະພິດຢູ່ສອງລັດດັ່ງກ່າວຈັດການແກ້ໄຂ.