ຕູຣາເຄຍຈັບຕົວ ຫຼື ອອກໝາຍຈັບຜູ້ຕ້ອງສົງໄສເຂົ້າຮ່ວມການກໍ່ສ້າງສິ່ງກໍ່ສ້າງດ້ອຍຄຸນນະພາບ 203 ຄົນ

2023-03-01 10:48:23 CRI

ວັນທີ 28 ກຸມພາຜ່ານມານີ້, ໂທລະພາບແຫ່ງຊາດຕູຣາເຄຍລາຍງານວ່າ, ພາຍຫຼັງພາກໃຕ້ຕູຣາເຄຍເກີດແຜ່ນດິນໄຫວຮຸນແຮງໃນວັນທີ 6 ກຸມພາຜ່ານມານີ້ແລ້ວ, ໃນການສຳຫຼວດຕໍ່ສິ່ງກໍ່ສ້າງທີ່ຖືກທຳລາຍຢ່າງໜັກໜ່ວງ, ປັດຈຸບັນ, ອົງການຕຸລາການຕູຣາເຄຍໄດ້ຈັບຕົວ ຫຼື ອອກໝາຍຈັບຜູ້ຕ້ອງສົງໄສເຂົ້າຮ່ວມການກໍ່ສ້າງສິ່ງກໍ່ສ້າງດ້ອຍຄຸນນະພາບ 203 ຄົນ. ນອກນີ້, ໃນການສຳຫຼວດທີ່ແນໃສ່ການກະທຳລັກຊັບ ແລະ ປຸ້ນຈີ້ທີ່ເກີດຂຶ້ນຫຼັງຈາກແຜ່ນດິນໄຫວ, ແມ່ນມີ 201 ຄົນຖືກຈັບຕົວ.