ລະຫວ່າງວັນທີ 26 ຫາ 28 ກຸມພາແລ້ວນີ້, ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.
ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຜ່ານຮັບຮອງບັນຊີລາຍຊື່ຜູ້ນຳອົງການລັດທີ່ຈະສະເໜີຕໍ່ກອງປະຊຸມຄັ້ງປະຖົມມະເລີກຂອງສະພາປະຊາຊົນແຫ່ງຊາດຈີນສະໄໝ 14, ແລະບັນຊີລາຍຊື່ຜູ້ນຳສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນທີ່ຈະສະເໜີຕໍ່ກອງປະຊຸມຄັ້ງປະຖົມມະເລິກຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ທີ່ຈະຈັດຂຶ້ນໃນໄວໆນີ້.
ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຜ່ານຮັບຮອງ “ແຜນການປະຕິຮູບອົງການພັກ ແລະ ລັດ”. ນອກນັ້ນ, ກອງປະຊຸມຍັງໄດ້ຈັດວາງວຽກງານປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນຢ່າງຮອບດ້ານ ແລະພະຍາຍາມບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນປີນີ້.