ອາເມຣິກາຄືປາຄໍ່ຈອມຫຼີກມອງໃນບັນຫາສິດທິມະນຸດ!

2023-03-01 17:01:20 cri

ໜັງສືພິມ “ນິວຢອກທາມ” ອາເມຣິກາສະບັບວັນທີ 25 ກຸມພາລົງພິມບົດຄວາມໂດຍລະບຸວ່າ, ນັກຂ່າວຂອງຕົນໄດ້ພົບເຫັນໂຮງງານຫຼາຍແຫ່ງຂອງອາເມຣິກາໄດ້ຈ້າງແຮງງານເດັກອົບພະຍົບທີ່ອາຍຸຍັງບໍ່ທັນເຕັມກະສຽນ, ລວມທັງບໍລິສັດທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ: Cheetos, Fruit of the Loom ແລະບໍລິສັດອື່ນໆ. ຂອບເຂດເຮັດວຽກຂອງເດັກອົບພະຍົບເຫຼົ່ານີ້ກວ້າງຂວາງຫຼາຍ, ມີວຽກງານຈຳນວນໜຶ່ງຕ້ອງໃຊ້ເຄື່ອງຈັກອັນຕະລາຍ, ນອກນັ້ນ, ເງືີ່ອນໄຂເຮັດວຽກສ່ວນຫຼາຍບໍ່ຖືກກັບມາດຕະຖານ.

ທີ່ຈິງແລ້ວ, ຂົງເຂດອຸດສາຫະກຳອາເມຣິກາຈ້າງເດັກທີ່ອາຍຸຍັງບໍ່ທັນເຕັມກະສຽນເປັນແຮງງານນັ້ນຍັງບໍ່ແມ່ນເລື່ອງທີ່ໜັກໜ່ວງທີ່ສຸດ, ນິຄົມກະສິກຳຈຶ່ງແມ່ນຂົງເຂດຮ້າຍແຮງທີ່ສຸດໃນການຈ້າງເດັກທີ່ອາຍຸຍັງບໍ່ທັນເຕັມກະສຽນເປັນແຮງງານຢູ່ອາເມຣິກາ. ອີງຕາມຂໍ້ມູນສະຖິຕິຂອງກະຊວງແຮງງານອາເມຣິກາ, ຄາດວ່າປັດຈຸບັນຢູ່ອາເມຣິກາຍັງມີແຮງງານເດັກ 5 ແສນຄົນກຳລັງອອກແຮງງານຢູ່ໃນນິຄົມກະສິກຳ.

ອີງຕາມສະຖິຕິ, ເລີ່ມແຕ່ປີ 2021 ເປັນຕົ້ນມາ, ແຮງງານເດັກຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ ແລະ ຫຼວງຫຼາຍ, ປີ 2022, ຈຳນວນເດັກນ້ອຍອາຍຸຍັງບໍ່ທັນເຕັມກະສຽນທີ່ບໍ່ມີພໍ່ແມ່ຜູ້ປົກຄອງໄດ້ອົບພະຍົບເຂົ້າສູ່ອາມຣິກາເພີ່ມຂຶ້ນເປັນ 1 ແສນ 3 ໝື່ນຄົນ, ເປັນ 3 ເທົ່າເມື່ອທຽບໃສ່ 5 ປີກ່ອນ, ຄາດຄະເນວ່າຕົວເລກດັ່ງກ່າວຍັງຈະເພີ່ມຂຶ້ນຕື່ມອີກໃນລະດູຮ້ອນປີນີ້. ເດັກນ້ອຍເຫຼົ່ານີ້ບໍ່ພຽງແຕ່ບໍ່ໄດ້ຮັບການຈັດສັນຢ່າງເໝາະສົມເທົ່ານັ້ນ, ຫາກຍັງຖືກຫຼອກລວງເຂົ້າໄປເຮັດວຽກຢູ່ໂຮງງານ ແລະ ນິຄົມກະສິກຳຕ່າງໆອີກດ້ວຍ. ການອອກແຮງງານທີ່ມີຄວາມກົດດັນສູງ, ສົ່ງຜົນເຮັດໃຫ້ເດັກນ້ອຍເຫຼົ່ານີ້ເສຍຊີວິດໃນຕຳແໜ່ງວຽກງານ. ບົດລາຍງານສະແດງໃຫ້ເຫັນວ່າ, ນັບແຕ່ປີ 2003 ຫາປີ 2016, ຢູ່ອາເມຣິກາມີແຮງງານເດັກ 452 ຄົນເສຍຊີວິດຍ້ອນອຸບັດເຫດທີ່ເກີດຂຶ້ນໃນເວລາເຮັດວຽກ, ໃນນັ້ນມີຫຼາຍກວ່າເຄິ່ງໜຶ່ງເສຍຊີວິດໃນຂະນະທີ່ເຮັດວຽກກະສິກຳ.

ທີ່ຈິງແລ້ວ, ຊ່ອງຫວ່າງທາງກົດໝາຍ ແລະ ການປະຕິບັດກົດໝາຍບໍ່ເຂັ້ມງວດ, ແມ່ນສາເຫດສຳຄັນທີ່ເຮັດໃຫ້ມີການລ່ວງລະເມີດແຮງງານເດັກຢູ່ອາເມຣິກາຢ່າງໜັກໜ່ວງ. ພວກເຮົາຄິດບໍ່ເຖິງວ່າ, ໃນຖານະເປັນປະເທດທີ່ພັດທະນາທີ່ສຸດ ແລະ ຮັ່ງມີທີ່ສຸດໃນໂລກ, ການ ລ່ວງລະເມີດສິດພື້ນຖານຂອງເດັກນ້ອຍຈຳນວນຫຼວງຫຼາຍພັດແມ່ນການກະທຳທີ່ຖືກຕ້ອງຕາມກົດໝາຍ. ສິ່ງທີ່ທຸກໆຄົນຮູ້ດີວ່າ, ອາເມຣິກາເປັນປະເທດພຽງໜຶ່ງດຽວໃນໂລກທີ່ບໍ່ຍອມໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດເທື່ອ, ແລະຖືກອົງການແຮງງານສາກົນຕຳໜິຕິຕຽນຫຼາຍເທື່ອຍ້ອນບັນຫາຈ້າງແຮງງານເດັກຢ່າງໜັກໜ່ວງ.

ນັກວິເຄາະຊີ້ໃຫ້ເຫັນວ່າ, ພາຍໃຕ້ລະບອບທີ່ນຳໃຊ້ໃນປັດຈຸບັນຂອງອາເມຣິກາ, ຄວາມສ່ຽງທີ່ຈະຖືກປັບໃໝຂອງວິສາຫະກິດຍ້ອນລ່ວງລະເມີດສິດຜົນປະໂຫຍດຂອງແຮງງານແມ່ນມີອ່າວໜ້ອຍ. ຕົວຢ່າງວ່າຄະດີທີ່ກະຊວງແຮງງານອາເມຣິກາເປີດເຜີຍໃນຫວ່າງມໍ່ໆມານີ້ຄື: ບໍລິສັດການບໍລິການສຸຂະອະນາໄມ ແລະ ຄວາມປອດໄພດ້ານອາຫານໄດ້ຈ້າງແຮງງານເດັກ 100 ຄົນຢ່າງລະເມີດກົດໝາຍ, ແຕ່ໃນທີ່ສຸດ, ບໍລິສັດດັ່ງກ່າວພຽງແຕ່ຖືກປັບໃໝ 1,5 ລ້ານໂດລາ, ເຊິ່ງສະເລ່ຍຕາມຫົວຄົນແຮງງານເດັກພຽງ 1 ໝື່ນໂດລາເທົ່ານັ້ນ. ແຕ່ວ່າບໍລິສັດດັ່ງກ່າວຍັງມີສະພາບການຈ້າງແຮງງານເດັກອື່ນໆທີ່ບໍ່ໄດ້ຖືກກວດພົບຫຼືບໍ່, ແຮງງານເດັກເຫຼົ່ານີ້ເຮັດວຽກຢ່າງລຳບາກ, ພັດໄດ້ຄ່າຈ້າງຕ່ຳສຸດ, ເຂົາເຈົ້າໄດ້ສ້າງຜົນກຳໄລໃຫ້ແກ່ບໍລິສັດແຫ່ງນີ້ມາຫຼາຍເທົ່າໃດແລ້ວ?

ຄວນໃຫ້ເດັກນ້ອຍໄດ້ຮັບການສຶກສາ ແລະ ຫຼີກເວັ້ນບໍ່ໃຫ້ເດັກນ້ອຍອອກແຮງງານໜັກ, ເຊິ່ງເປັນຄວາມຮັບຮູ້ທີ່ເປັນເອກະພາບກັນໃນສາກົນ. ແຕ່ວ່າ, ໃນເດືອນກັນຍາປີ 2022, ອົງການ “ສັງເກດສິດທິມະນຸດ” ເຄີຍໄດ້ຕີລາຄາຕໍ່ສິດຜົນປະໂຫຍດຂອງເດັກນ້ອຍຕໍ່ລັດຕ່າງໆຂອງອາເມຣິກາໂດຍອີງຕາມ “ສົນທິສັນຍາວ່າດ້ວຍສິດທິເດັກ”, ຜົນສຸດທ້າຍຄືບໍ່ມີລັດໃດລັດໜຶ່ງສາມາດໄດ້ຄະແນນລະດັບ A ຫຼື B ເລີຍ, ມີ 20 ລັດໄດ້ຄະແນນພຽງໃນລະດັບ F ເທົ່ານັ້ນ.

ອາເມຣິກາມັກອ້າງຕົນເອງວ່າເປັນຜູ້ອາລັກຂາທາງສິດທິມະນຸດ, ແລະມັກໃສ່ຮ້າຍປ້າຍສີປະເທດອື່ນໂດຍອ້າງບັນຫາສິດທິມະນຸດເລື້ອຍໆ, ແຕ່ໂຕເອງພັດບໍ່ສາມາດປົກປ້ອງສິດ ແລະ ຜົນປະໂຫຍດພື້ນຖານຂອງເດັກນ້ອຍ, ຊິມີສິດຄຸຍໂວໂອ້ອວດຈົນໄຮ້ຂອບເຂດກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດໄດ້ຊັ້ນບໍ? ທີ່ຈິງແລ້ວ, ອາເມຣິກາເອງຫັ້ນແຫຼະຄືປາຄໍ່ຈອມຫຼີກມອງໃນບັນຫາສິດທິມະນຸດ!