ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸເປິກສາຫາລືປະຊາທິປະໄຕຂອງສູນກາງພັກ ແລະ ກ່າວຄຳປາໄສສຳຄັນ

2023-03-01 10:47:36 CRI

ວັນທີ 28 ກຸມພາຜ່ານມານີ້, ສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມເປິກສາຫາລືປະຊາທິປະໄຕຢູ່ນະຄອນຫຼວງປັກກິ່ງ, ສູນກາງພັກຄອມມູນິດຈີນໄດ້ແຈ້ງສະພາບທີ່ກ່ຽວຂ້ອງ ແລະ ທາບທາມຄວາມເຫັນນຳສູນກາງພັກຝ່າຍປະຊາທິປະໄຕຕ່າງໆ, ສະຫະພັນອຸດສາຫະກຳການຄ້າທົ່ວປະເທດ ແລະ ບຸກຄົນບໍ່ສັງກັດພັກຫຍັງ ກ່ຽວກັບບັນຊີລາຍຊື່ສະເໜີເປັນຜູ້ນຳອົງການລັດ ທີ່ຈະສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ແລະ ບັນຊີລາຍຊື່ສະເໜີເປັນຜູ້ນຳສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສສຳຄັນ.