ກຳປູເຈຍສ້າງເຂດສະຫງວນປາຂ່ານ້ຳຂອງທີ່ໃກ້ຈະສູນພັນ

2023-03-01 10:58:17 CRI

ວັນທີ 27 ກຸມພາຜ່ານມາ, ລັດຖະບານກຳປູເຈຍໄດ້ອອກດຳລັດສະບັບໜຶ່ງ ເພື່ອສ້າງເຂດສະຫງວນປາຂ່າອາເຢຢາວາດີທີ່ສ່ຽງໃກ້ຈະສູນພັນໂດຍຖືເອົາລຳແມ່ນ້ຳຂອງ ທາງພາກຕາເວັນອອກສຽງເໜືອຂອງກຳປູເຈຍເປັນຕົ້ນຕໍ.


ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍໄດ້ລົງນາມໃນດຳລັດສະບັບນີ້ ໂດຍໄດ້ປົກຄຸມລຳແມ່ນ້ຳຂອງທີ່ຍາວ 120 ກິໂລແມັດຢູ່ແຂວງຊຽງແຕງ ແລະ ແຂວງກຣໍແຈະ. ເນື້ອໃນດຳລັດໄດ້ຫ້າມບໍ່ໃຫ້ທຳການປະມົງໃນເຂດສະຫງວນປາຂ່າ ແລະ ກຳນົດໃຫ້ຄວາມໄວຂອງເຮືອທີ່ແລ່ານຜ່ານຢູ່ບໍລິເວນນັ້ນບໍ່ໃຫ້ກາຍ 30 ກິໂລແມັດຕໍ່ຊົ່ວໂມງ ພ້ອມທັງຫ້າມລ້ຽງສັດນ້ຳໃນເຂດສະຫງວນ.

ອີງຕາມຕົວເລກຂອງອົງການປົກຄອງແຂວງກຣໍແຈະສະແດງໃຫ້ເຫັນວ່າ, ຈຳນວນປາຂ່າອາເຢຢາວາດີໃນລຳແມ່ນ້ຳຂອງພາຍໃນປະເທດກຳປູເຈຍມີປະມານ 80 ໂຕ, ແຕ່ໃນເດືອນທັນວາປີຜ່ານມາ, ມີປາຂ່າໃຫຍ່ 3 ໂຕໄດ້ຕາຍຍ້ອນເບັດຕຶກປາ.