ກອງປະຊຸມເປິກສາຫາລື ແລະ ຊຸກຍູ້ວຽກງານທາງລົດໄຟຈີນ-ລາວຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ

2023-03-01 17:09:03 cri

ວັນທີ 27 ກຸມພາແລ້ວນີ້, ກອງປະຊຸມເປິກສາຫາລື ແລະ ຊຸກຍູ້ວຽກງານທາງລົດໄຟລາວ-ຈີນຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວເປັນປະທານຈັດກອງປະຊຸມ, ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສ.

ທ່ານຈ່ຽງຈ້າຍຕົ່ງ ໄດ້ຊົມເຊີຍການດຳເນີນງານທາງລົດໄຟຈີນ-ລາວໄດ້ຮັບໝາກຜົນທີ່ດີ, ແລະຂອບໃຈນຳທີມງານດຳເນີນງານທັງສອງຝ່າຍທີ່ໄດ້ທຳຄວາມພະຍາຍາມຮ່ວມກັນ. ຫວັງວ່າສອງຝ່າຍຈະຖືເອົາກອງປະຊຸມຄັ້ງນີ້ເປັນໂອກາດທີ່ດີ, ແລະຊຸກຍູ້ໃຫ້ທາງລົດໄຟຈີນ-ລາວບັນລຸການພັດທະນາທີ່ມີຄຸນນະພາບສູງຈາກສາມດ້ານຄື: ໜຶ່ງ, ຍຶດໝັ້ນອຸດົມການແຕ່ຫົວທີ, ຕັ້ງໜ້າບໍລິການສະພາບລວມດ້ານການກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ; ສອງ, ມີຈິດໃຈໝັ້ນຄົງຖາວອນ, ເຊື່ອມເຂົ້າສະພາບລວມດ້ານຮ່ວມກັນກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຢ່າງເລິກເຊິ່ງ; ແລະ ສາມ, ໃຫ້ຄວາມຕັດສິນໃຈຢ່າງເດັດດ່ຽວ, ພັດທະນາສະພາບການໃໝ່ດ້ານການເຊື່ອມຈອດກັນດ້ວຍຄວາມເປັນເຈົ້າການ.

ທ່ານ ສອນໄຊ ສີພັນດອນໄດ້ສະແດງຄວາມເຫັນດີນຳຄຳຄິດຄຳເຫັນຂອງທ່ານຈ່ຽງຈ້າຍຕົ່ງ, ແລະກ່າວວ່າ: ທາງລົດໄຟຈີນ-ລາວຊ່ວຍເຫຼືອການພັດທະນາຂອງປະເທດລາວ, ສ້າງຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນ, ບໍລິການການເຊື່ອມຈອດກັນຂອງພາກພື້ນ, ໄດ້ສ້າງປະສິດທິຜົນສັງລວມທັງພາຍໃນ ແລະ ຕ່າງປະເທດນັບມື້ນັບຫຼາຍຂຶ້ນ. ພາກສ່ວນຕ່າງໆ ແລະ ທ້ອງຖິ່ນຕ່າງໆຄວນຖືເອົາກອງປະຊຸມຄັ້ງນີ້ເປັນໂອກາດທີ່ດີ, ເຮັດວຽກດຳເນີນງານ ແລະ ການບຳລຸງຮັກສາທາງລົດໄຟໃນໄລຍະຕໍ່ໄປໃຫ້ດີ, ເລັ່ງລັດການພັດທະນາເຂດຢູ່ລຽບຕາມທາງລົດໄຟ, ພັດທະນາການເຊື່ອມຈອດກັນລະຫວ່າງເຂດແຄວ້ນ, ຍົກສູງປະສິດທິຜົນສັງລວມຂອງທາງລົດໄຟຢ່າງບໍ່ຢຸດຢັ້ງ, ຈັດຕັ້ງປະຕິບັດຈິດໃຈຊີ້ນຳສຳຄັນຂອງຜູ້ນຳສູງສຸດທັງສອງພັກ ແລະ ລັດກ່ຽວກັບທາງລົດໄຟຈີນ-ລາວຢ່າງລະອຽດ, ບໍລິການສະພາບລວມດ້ານການກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວຢ່າງແທ້ຈິງ.