ທ່ານປູຕິນລົງນາມໃນກົດໝາຍຍຸດຕິການປະຕິບັດ “ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ

2023-03-01 15:04:25 CRI

ວັນທີ 28 ກຸມພາຜ່ານມາຕາມເວລາທ້ອງຖິ່ນ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນກົດໝາຍກ່ຽວກັບຣັດເຊຍຍຸດຕິການປະຕິບັດ “ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ ຢ່າງເປັນທາງການ.

ທ່ານອານາໂຕລີ ອັນໂຕນົຟ ເອກອັກຄະລັດຖະທູດຣັດເຊຍປະຈຳອາເມຣິກາ ກ່າວໃນວັນທີ 27 ກຸມພາຜ່ານມາວ່າ: ໃນຫຼາຍປີຜ່ານມາ, ອາເມຣິກາໄດ້ລະເມີດມາດຕາສຳຄັນໃນ “ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ມາໂດຍຕະຫຼອດ, ຄວາມຕັດສິນໃຈຂອງຣັດເຊຍ ທີ່ຍຸດຕິການປະຕິບັດສົນທິສັນຍາດັ່ງກ່າວ ແມ່ນຄວາມຕັດສິນໃຈທີ່ຖືກຕ້ອງພຽງໜຶ່ງດຽວພາຍໃຕ້ສະຖານະການໃນປັດຈຸບັນ.

ອີງຕາມເອກະສານທີ່ກ່ຽວຂ້ອງ ທີ່ເວັບໄຊຂໍ້ມູນຂ່າວສານດ້ານກົດໝາຍຂອງຣັດເຊຍເປີດເຜີຍໃນວັນທີ 28 ກຸມພາຜ່ານມາສະແດງໃຫ້ເຫັນວ່າ: ກົດໝາຍກ່ຽວກັບຣັດເຊຍຍຸດຕິການປະຕິບັດ “ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ເປັນການຊົ່ວຄາວ ໄດ້ມີຜົນສັກສິດນັບແຕ່ມື້ປະກາດໃຊ້ຢ່າງເປັນທາງການ ແລະ ຈະຟື້ນຟູການປະຕິບັດໃນເວລາໃດແມ່ນໃຫ້ປະທານາທິບໍດີຣັດເຊຍເປັນຜູ້ຕັດສິນ.

ກ່ອນໜ້ານີ້ ຄືໃນວັນທີ 21 ກຸມພາຜ່ານມາ, ທ່ານວະລາດີເມຍ ປະຕິນ ໄດ້ຂຶ້ນຜ່ານບົດລາຍງານປະຈຳປີຂອງລັດຖະບານຕໍ່ລັດຖະສະພາຢູ່ນະຄອນຫຼວງມົສກູ ໂດຍປະກາດວ່າ: ຣັດເຊຍຈະຍຸດຕິການປະຕິບັດ “ສົນທິສັນຍາຫຼຸດອາວຸດຍຸດທະສາດສະບັບໃໝ່” ທີ່ເຊັນກັນກັບອາເມຣິການັ້ນ ເປັນການຊົ່ວຄາວ.