ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ 20 ປະເທດຈັດຂຶ້ນຢູ່ນິວແດນລີປະເທດອິນເດຍ

2023-03-02 17:08:08 cri


ວັນທີ 1 ມີນາ 2023 ຕາມເວລາທ້ອງຖິ່ນ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດຫຼື G20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງນິວແດນລີປະເທດອິນເດຍ, ກອງປະຊຸມຄັ້ງນີ້ຕົ້ນຕໍຈະສຸມໃສ່ການເພີ່ມທະວີລັດທິຫຼາຍຝ່າຍ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຮ່ວມມື ແລະ ການພັດທະນາ, ການຕໍ່ຕ້ານລັດທິກໍ່ການຮ້າຍ ແລະ ຫົວຂໍ້ອື່ນໆ.

ເລີ່ມແຕ່ວັນທີ 1 ມີນານີ້ເປັນຕົ້ນມາ, ລັດຖະມົນຕີກະຊວງການຕ່າງປະເທດຂອງ G20 ໄດ້ຈັດກອງປະຊຸມສອງຝ່າຍຕາມໆກັນ, ແລະຈະຈັດກອງປະຊຸມຄົບຄະນະໃນວັນທີ 2 ມີນານີ້.