ເປີດຊຸດເຝິກອົບຮົມພະນັກງານວິຊາການຊຸດທຳອິດຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຢູ່ອິນໂດເນເຊຍ

2023-03-02 11:11:08 CRI

ວັນທີ 28 ກຸມພາຜ່ານມານີ້, ມະຫາວິທະຍາໄລຄົມມະນາຄົມພາກຕາເວັນຕົກສຽງໃຕ້ຈີນແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ໄດ້ເປີດຊຸດເຝິກອົບຮົມພະນັກງານວິຊາການຊຸດທຳອິດຂອງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຢູ່ອິນໂດເນເຊຍ. ພາຍຫຼັງພິທີເປີດຊຸດເຝິກອົບຮົມແລ້ວ, ບັນດາສຳມະນາກອນຈະເຂົ້າຮ່ວມການຮຽນທາງອອນລາຍເປັນເວລາ 4 ເດືອນຢ່າງເປັນທາງການ.

ເນື້ອໃນຈຸດສຸມໃນຊຸດເຝິກອົບຮົມເທື່ອນີ້ແມ່ນອົບຮົມບົ່ມສ້າງຜູ້ຂັບລົດໄຟຄວາມໄວສູງ, ພະນັກງານບັນຊາໃນສູນບັນຊາທາງລົດໄຟ, ພະນັກງານປະຈຳການຮັບມືສຸກເສີນ ແລະ ຊ່າງເຄື່ອງຈັກຂອງຂະບວນລົດໄຟຄວາມໄວສູງ. ສຳມະນາກອນທີ່ຮຽນວິຊາການຕ່າງກັນຈະເຂົ້າຮ່ວມການເຝິກອົບຮົມທິດສະດີເປັນເວລາ 1 ຫາ 6 ເດືອນ. ຫຼັງຈາກນັ້ນ, ເຂົາເຈົ້າຈະໄປເຂົ້າຮ່ວມການເຝິກອົບຮົມພາກປະຕິບັດຕົວຈິງຢູ່ຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ.