ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ເປີດເຜີຍຄວາມຕ້ອງການຂອງຜູ້ຈັດຊື້ງວດທຳອິດ

2023-03-02 12:27:35 cri

ວັນທີ 1 ມີນານີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ເປີດເຜີຍຄວາມຕ້ອງການຂອງຜູ້ຈັດຊື້ງວດທຳອິດ.

ຄວາມຕ້ອງການຂອງຜູ້ຈັດຊື້ທີ່ເປີດເຜີຍໃນເທື່ອນີ້ ຕົ້ນຕໍແມ່ນມາຈາກໂຮງໝໍທີ່ຂຶ້ນກັບຄະນະການຄ້າຂອງຄະນະກຳມະການສາທາລະນະສຸກ ແລະສຸຂະພາບແຫ່ງຊາດຈີນ ແລະວິສາຫະກິດທີ່ກ່ຽວຂ້ອງຂອງຄະນະການຄ້າຊຽງໄຮ້, ຄະນະການຄ້າເຈີ້ຈ່ຽງ ແລະຄະນະການຄ້າເສີ່ນເຈີ້ນ ເຊິ່ງກວມເອົາທັງໝົດ 6 ເຂດວາງສະແດງໃຫຍ່ຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ລວມທັງຜະລິດຕະພັນ 100 ຊະນິດ ແບ່ງເປັນ 26 ປະເພດ, ບໍ່ພຽງແຕ່ມີຫຸ່ນຍົນຜ່າຕັດ, ອຸປະກອນຜະລິດລົດພະລັງງານໃໝ່, ເຄື່ອງເຄິ່ງຕົວນຳ, ຜະລິດຕະພັນເຕັກນິກວິທະຍາສາດທັນສະໄໝ ແລະອື່ນໆເທົ່ານັ້ນ, ຍັງມີອາຫານສົດ, ຫີບ ແລະກະເປົາ, ເຄື່ອງໃຊ້ສຳລັບກິລາກາງແຈ້ງ ແລະອື່ນໆອີກດ້ວຍ.

ຕາມຂ່າວແຈ້ງວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ້ ລະຫວ່າງວັນທີ 5 ຫາ 10 ພະຈິກ 2023. ອີງຕາມສະຖິຕິແລ້ວ, ຍອດມູນຄ່າການຄ້າໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 5 ຄັ້ງຜ່ານມາມີຫຼາຍກວ່າ 340 ຕື້ໂດລາ.