ທ່ານວາງຢາງເປັນປະທານຈັດກອງປະຊຸມປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ

2023-03-02 10:51:17 CRI

ໂດຍໄດ້ຮັບການມອບສິດຈາກກອງປະຊຸມຄັ້ງທີ 25 ຂອງຄະນະປະຈຳສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມປະທານຄັ້ງທີ 85 ຢູ່ນະຄອນຫຼວງປັກກິ່ງໃນວັນທີ 1 ມີນານີ້ ໂດຍໄດ້ຄົ້ນຄວ້າພິຈາລະນາເນື້ອໃນທີ່ກ່ຽວຂ້ອງກັບກອງປະຊຸມຄັ້ງປະຖົມມະລືກຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໝທີ 14, ທ່ານວາງຢາງ ປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນເປັນປະທານກອງປະຊຸມ.


ກອງປະຊຸມໄດ້ສະເໜີໃຫ້ທ່ານວາງຢາງ ປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13 ຜ່ານບົດລາຍງານວຽກງານຂອງຄະນະປະຈຳໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14, ທ່ານຊາວຫົງ ຮອງປະທານສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13 ຜ່ານບົດລາຍງານສະພາບເຮັດວຽກດ້ານຍັດຕິ. ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບສະພາບວຽກງານກະກຽມກອງປະຊຸມຄັ້ງປະຖົມມະລືກຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14.