ການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກອາດຈະສືບຕໍ່ອ່ອນແອ

2023-03-02 15:28:54 CRI

ວັນທີ 1 ມີນາຕາມເວລາທ້ອງຖິ່ນ, ອົງການການຄ້າໂລກໄດ້ເຜີຍແຜ່ບາໂຣມິເຕີີການຄ້າສິນຄ້າປະເພດຈັບຕ້ອງໄດ້ສະບັບຫຼ້າສຸດ ໂດຍຢູ່ໃນລະດັບ 92,2, ຫຼຸດລົງຢ່າງຈະແຈ້ງເມື່ອທຽບໃສ່ລະດັບ 96,2 ຂອງໄລຍະເວລາຜ່ານມາ ແລະ ກໍຕ່ຳກວ່າລະດັບ 100 ເຊິ່ງເປັນລະດັບພື້ນຖານຢ່າງຫຼວງຫຼາຍ. ອົງການການຄ້າໂລກໃຫ້ຮູ້ວ່າ: ການເຕີບໂຕຂອງການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກຄືເກືອບໄດ້ເສຍພະລັງຂັບເຄື່ອນໃນໄຕມາດທີ 4 ຂອງປີຜ່ານມາ ແລະ ອາດຈະສືບຕໍ່ຮັກສາທ່າອ່ຽງທີ່ມີຄວາມອ່ອນແອໃນໄຕມາດທຳອິດຂອງປີນີ້.

ອົງການການຄ້າໂລກຊີ້ໃຫ້ເຫັນວ່າ: ໃນ 3 ໄຕມາດທຳອິດຂອງປີຜ່ານມາ, ປະລິມານການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກໄດ້ເພີ່ມຂຶ້ນ 4,4% ເມື່ອທຽບໄລຍະດຽວກັນຂອງ ປີ 2021 ເຊິ່ງສູງກວ່າລະດັບຄາດໝາຍຂອງອົງການການຄ້າໂລກ. ແຕ່ນັບແຕ່ໄຕມາດທີ 4 ຂອງປີ 2022 ເປັນຕົ້ນມາ, ປະລິມານການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກໄດ້ຫຼຸດລົງ.

ອົງການການຄ້າໂລກປ່ຽນບາໂຣມິເຕີການຄ້າເທື່ອໜຶ່ງຕໍ່ໄຕມາດ, ຖ້າວ່າມີລະດັບເກີນ 100 ຈະໝາຍເຖິງການເຕີບໂຕຂອງການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກສູງກວ່າລະດັບຄາດໝາຍ ແລະ ຕ່ຳກວ່າ 100 ຈະໝາຍເຖິງຕ່ຳກວ່າລະດັບຄາດໝາຍ.