ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເບລາຣຸດຊີ

2023-03-02 10:49:32 CRI

ວັນທີ 1 ມີນານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານອາເລັກຊັນເດີ ລູກາເຊນໂກ ປະທານາທິບໍດີເບລາຣຸດຊີ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ.

ປະມຸກລັດສອງປະເທດໄດ້ແລກປ່ຽນຄວາມເຫັນກ່ຽວກັບການພົວພັນຈີນ-ເບລາຣຸດຊີ, ການຮ່ວມມືລະຫວ່າງຈີນແລະເບລາຣຸດຊີ ແລະ ວິກິດການອູແກຣນ.

ຫຼັງຈາກການພົບປະກັນ, ປະມຸກລັດສອງປະເທດໄດ້ຮ່ວມກັນລົງນາມໃນ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດເບລາຣຸດຊີ ກ່ຽວກັບການຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນທຸກສະພາວະການລະຫວ່າງຈີນກັບເບລາຣຸດຊີຕື່ມອີກໃນຍຸກໃໝ່”, ພ້ອມທັງເປັນສັກຂີພິຍານໃຫ້ແກ່ການເຊັນເອກະສານການຮ່ວມມືລະຫວ່າງສອງຝ່າຍຫຼາຍສະບັບໃນຂົງເຂດເສດຖະກິດການຄ້າ, ອຸດສາຫະກຳ, ກະສິກຳ, ອົງການພາສີ, ວິທະຍາສາດເຕັກໂນໂລຊີ, ສາທາລະນະສຸກ, ການທ່ອງທ່ຽວ, ກິລາ, ທ້ອງຖິ່ນເປັນຕົ້ນ.

ພາຍຫຼັງການພົບປະກັນສິ້ນສຸດລົງ, ທ່ານສີຈິ້ນຜິງໄດ້ຈັດງານລ້ຽງຕ້ອນຮັບທ່ານອາເລັກຊັນເດີ ລູກາເຊນໂກ ຢູ່ຫໍຄຳໃນຫໍສະພາປະຊາຊົນ.