ວັນພາສາຈີນຂອງອົງການສະຫະປະຊາຊາດປີ 2023 ກໍຄືເທດສະການພາບແລະວິດີໂອຕ່າງປະເທດຄັ້ງທີ 3 ຂອງ CMG ໄດ້ເລີ່ມຂຶ້ນຢ່າງເປັນທາງການ

2023-03-02 11:03:37 CRI

ວັນທີ 1 ມີນານີ້ຕາມເວລາທ້ອງຖິ່ນ, ວັນພາສາຈີນຂອງອົງການສະຫະປະຊາຊາດປີ 2023 ກໍຄືເທດສະການພາບແລະວິດີໂອຕ່າງປະເທດຄັ້ງທີ 3 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເລີ່ມຂຶ້ນຢ່າງເປັນທາງການ.


ກິດຈະກຳຄັ້ງນີ້ໄດ້ປິ່ນອ້ອມການສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ ພາຍໃຕ້ຫົວຂໍ້ “ຮ່ວມກັນແຕ້ມເສັ້ນທາງສາຍໄໝໃໝ່” ໂດຍຜ່ານຈາກການຈັດເທດສະການພາບແລະວິດີໂອຕ່າງປະເທດຄັ້ງທີ 3 ຂອງ CMG, ຈັດທຳລາຍການພິເສດ “ວັນພາສາຈີນຂອງອົງການສະຫະປະຊາຊາດປີ 2023”, ປະກວດພາບແລະວິດີໂອຂອງບຸກຄົນທີ່ເປັນມິດກັບຈີນໃນທົ່ວໂລກ ແລະ ກິດຈະກຳອື່ນໆ, ຊ່ວຍຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ຮຽນຮູ້ເຊິ່ງກັນແລະກັນທາງອະລິຍະທຳລະຫວ່າງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ຊຸກຍູ້ໃຫ້ປະຊາຊົນປະເທດຕ່າງໆທຳຄວາມເຂົ້າໃຈກັນ, ສົ່ງເສີມຄວາມປາຖະໜາອັນດີງາມແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ພັດທະນາ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ.


ໃນຖານະເປັນເນື້ອໃນໃຈກາງຂອງກິດຈະກຳຄັ້ງນີ້, ການປະກວດພາບແລະວິດີໂອຕ່າງປະເທດຄັ້ງທີ 3 ຂອງ CMG ທີ່ມີຫົວຂໍ້ວ່າ “ເສັ້ນທາງ” ຈະຈັດຂຶ້ນລະຫວ່າງວັນທີ 1 ຫາ 25 ມີນານີ້.